ເລື່ອງກຳລັງ ຮູທີ ຢູ່ ເຢແມນ ຍູ້ແຮງການບຸກໂຈມຕີ ແລະ ຢືດຄອງຫຼາຍທີ່ຕັ້ງຍຸດທະສາດຢູ່ເຂດອ້ອມທະເລແດງ ພວມສ້າງສະພາບການໃໝ່ທີ່ຍາກຈະຄາດຄະເນໄດ້ຢູ່ຕາເວັນອອກກາງ. ສະພາບການນີ້ ບໍ່ພຽງແຕ່ໄດ້ນາບຂູ່ຢູ່ພາກພື້ນນີ້ ຕົກເຂົ້າສູ່ສະພາບຂາດສະຖຽນລະພາບຕື່ມອີກເທົ່ານັ້ນ, ຫາກຍັງອາດສາມາດມີຄວາມກະທົບຢ່າງແຮງຕໍ່ການປະທະກັນລະຫວ່າງ ອາມເລິກາ-ອີຣານ ທີ່ພວມບໍ່ມີທາງອອກ ກໍ່ຄືມີຜົນກະທົບຕໍ່ກະແສການຄ້າທົ່ວໂລກອີກດ້ວຍ.
ວັນທີ 10 ກັນຍາ, ກຳລັງ ຮູທີ ໄດ້ຍາດເອົາສິດຄວບຄຸມນະຄອນທ່າກຳປັ່ນ ໂມຄາ (Mokha) ຢູ່ຝັ່ງທະເລທາງທິດຕາເວັນຕົກ ເຢແມນ ພາຍຫຼັງເກີດການຕໍ່ສູ້ອັນດຸເດືອດກັບກຳລັງສະໜັບສະໜູນ ລັດຖະບານ ເຢແມນ ເປັນເວລາຫຼາຍວັນ. ບາດກ້າວເດີນນີ້ ໄດ້ຊ່ວຍໃຫ້ ຮູທີ ເປີດກ້ວາງຂອບເຂດການຄວບຄຸມລຽບຕາມຝັ່ງທະເລແດງ ແລະ ກ້າວເຂົ້າໃກ້ກັບຊ່ອງແຄບທະເລ Bab al-Mandab, ຊື່ງແມ່ນສາຍທາງເດີນທະເລທີ່ສຳຄັນຂອງໂລກ.
ບາດຄ້ອນບັດຕາຍສຳລັບ ອາຣາບີ ຊາອຸດີ
ໄປຄຽງຄູ່ກັບທ່າບຸກໂຈມຕີຢູ່ ເຢແມນ, ຮູທີ ໄດ້ດຳເນີນການບຸກໂຈມຕີຄັ້ງຕ່າງໆເຂົ້າເລິກໃນເຂດດິນແດນ ອາຣາບີ ຊາອຸດີ, ແນໃສ່ບັນດາຮາກຖານການທະຫານ, ພື້ນຖານໂຄງລ່າງພະລັງງານ ແລະ ບັນດານະຄອນທາງທິດໃຕ້ຂອງປະເທດນີ້, ວັນທີ 11 ກັນຍາ, ອາຣາບີ ຊາອຸດີ ຕ້ອງໄດ້ປະກາດປິດປະຕູທໍ່ສົ່ງນ້ຳມັນຍຸດທະສາດ ຕາເວັນອອກ-ຕາເວັນຕົກໂດຍຊົ່ວຄາວ ຊື່ງສາມາດຂົນສົ່ງນ້ຳມັນປະມານ 4-5 ລ້ານໂຕນ/ວັນ, ເທົ່າກັບ 5% ແຫຼ່ງສະໜອງທົ່ວໂລກ. ທ່ານນາງ Samina Sultan, ຜູ້ຊ່ຽວຊານຂັ້ນສູງ ຮັບຜິດຊອບດ້ານນະໂຍບາຍເສດຖະກິດ ແລະ ການຄ້າ ເອີລົບ ຢູ່ສະຖາບັນເສດຖະກິດ ເຢຍລະມັນ (IW - Institut der Deutschen Wirtschaft), ໃຫ້ຂໍ້ສັງເກດວ່າ:
ບັນດາບັ້ນບຸກໂຈມຕີຂອງທະຫານກະບົດ ຮູທີ ພວມກໍ່ກຳລັງກົດດັນຕໍ່ ອາຣາບີ ຊາອຸດີ. ກ່ອນນີ້, ປະເທດນີ້ສ່ວນໜຶ່ງແມ່ນໄດ້ຫຼີກລ້ຽງຊ່ອງແຄບທະເລ Hormuz, ຊື່ງພວມຖືກ ອີຣານ ປິດລ້ອມ ດ້ວຍວີທີໄປຜ່ານຊ່ອງແຄບທະເລ Bab al-Mandab; ແຕ່ເຖິງແນວນັ້ນກໍ່ຕາມ, ບັ້ນບຸກໂຈຕມຕີຂອງ ຮູທີ ໄດ້ສະກັດກັ້ນເສັ້ນທາງນີ້ແລ້ວ ຫຼືເຮັດໃຫ້ສະພາບການຢູ່ນີ້ເຄັ່ງຕຶງຂຶ້ນຕື່ມ. ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນບາດຄ້ອນບັດຕາຍຢ່າງຮ້າຍແຮງຕໍ່ ອາຣາບີ ຊາອຸດີ.
ຄວາມສ່ຽງສຳລັບການພົວພັນດ້ານການຄ້າ
ສິ່ງທີ່ໜ້າວິຕົກກັງວົນຫຼາຍໃນບັນດາການຜັນແປໃນປະຈຸບັນ ນັ້ນແມ່ນ ບັນດາຜົນກະທົບຂອງເລື່ອງ ຮູທີ ຍູ້ແຮງຄວາມມານະພະຍາຍາມຄວບຄຸມຊ່ອງແຄບທະເລ Bab el-Mandab, ຊື່ງແມ່ນສາຍທາງທະເລເປັນຕາຍ ນອນໃນປະຕູທາງທິດໃຕ້ຂອງທະເລແດງ. ຫວ່າງມໍ່ໆມານີ້, ກຳລັງນີ້ ໄດ້ຢືດຄອງເກາະຍຸດທະສາດແຫ່ງຕ່າງໆ, ລວມມີເກາະ Perim ພ້ອມກັບໝູ່ເກາະ Greater ແລະ Lesser Hanish, ຊື່ງໄດ້ໃຫ້ແບ່ງແຍກຊ່ອງແຄບທະເລ ແລະ ມີຄວາມສາມາດຜັນຂະຫຍາຍອາວຸດ ເພື່ອນາບຂູ່ບັນດາການເຄື່ອນໄຫວຄົມມະນາຄົມທາງທະເລ.
ຕາມບັນດາວົງການນັກສັງເກດການແລ້ວ, ກຳລັງ ຮູທີ, ສຳພັນທະມິດຂອງ ອີຣານ ພວມຄ່ອຍໆຫັນຈາກ “ການຜັນແປ” ໄປເປັນປັດໄຈທີ່ສາມາດປ່ຽນແປງສະພາບການຢູ່ຕາເວັນອອກກາງໄດ້. ທ່ານ David Schenker, ອະດີດຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຖືວ່າ ນີ້ແມ່ນ “ໄມ້ງັດທີ່ໃຫ່ຍໂຕ” ໃຫ້ແກ່ບັນດາກຳລັງທີ່ສະໜິດໃກ້ຊິດ ອີຣານ. ທ່ານ Farea Al-Muslimi, ນັກຄົ້ນຄ້ວາຂຶ້ນກັບໂຄງການຕາເວັນອອກກາງ ແລະ ອາຟຣິກກາເໜືອ ຂອງ Chatham House, ແບ່ງປັນທັດສະນະນີ້ວ່າ:
ເມື່ອກຳລັງ ຮູທີ ປະກົດຕົວຢູ່ຊ່ອງແຄບທະເລ Bab al-Mandab ແລະ ເຂດທະເລແດງໃນເດືອນພະຈິກ ປີ 2023, ພາຍຫຼັງເຫດການວັນທີ 7 ຕຸລາຢູ່ ອິດສະຣາແອັນ, ເຂົາເຈົ້າໄດ້ກໍ່ຄວາມສັ່ນສະເທືອນການເຄື່ອນໄຫວດ້ານການຄ້າສາກົນຢ່າງແທ້ຈິງ ເຖິງວ່າຈະດ້ວຍຄ່າໃຊ້ຈາຍຕ່ຳ ແລະ ແຫຼ່ງກຳລັງທີ່ມີຄວາມຈຳກັດ. ເຂົາເຈົ້າໄດ້ເຮັດໃຫ້ຄ່າປະກັນໄພເພີ່ມຂຶ້ນສູງ. ເຂົາເຈົ້າຍັງເຮັດໃຫ້ ອີຢູ ຕ້ອງຜັນຂະຫຍາຍບັ້ນຮົບທີ່ມີຊື່ວ່າ Aspides ເພື່ອປົກປ້ອງກຳປັ່ນ, ເຮືອລຳຕ່າງໆຂອງກຸ່ມນີ້.
ຄຳຖາມທີ່ຕັ້ງມາໃນປະຈຸບັນແມ່ນ ບັນດາໄມ້ງັດຈາກ ຮູທີ ພ້ອມກັບທັດສະນະແຂງກະດ້າງຂອງ ອີຣານ ຈະສ້າງບາດລ້ຽວໃຫ້ແກ່ການປະທະກັນລະຫວ່າງ ອາເມລິກາ-ອີຣານ ຫຼືບໍ່? ຕາມວົງການນັກສັງເກດການແລ້ວ, ອາເມລິກາ ພວມຕ້ອງປະເຊີນໜ້າກັບບັນດາການຄັດເລືອກທີ່ຫຍຸ້ງຍາກ, ລະຫວ່າງເລື່ອງຕ້ອງແຊກແຊງ ແລະ ເສຍແຫຼ່ງກຳລັງເຂົ້າແນວຮົບທີສອງ ຫຼືປະນີປະນອມ ອີຣານ ແລະ ຮູທີ ສ່ວນໃດສ່ວນໜຶ່ງ. ການຄັດເລືອກໃນສະເພາະໜ້າອາດຈະແມ່ນເສັ້ນທາງທາງການທູດ. ວັນທີ 14 ກັນຍາ, ທ່ານ J.D Vance ຮອງປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ: ອາເມລິກາ ພວມດຳເນີນບັນດາການເຈລະຈາໂດຍກົງກັບກຳລັງ ຮູທີ ເພື່ອແນໃສ່ຄວບຄຸມສະພາບການ, ພ້ອມທັງປົກປ້ອງຜົນປະໂຫຍດຂອງ ອາເມລິກາ ກໍ່ຄືຂອງບັນດາສຳພັນທະມິດທີ່ສະໜິດສະໜົມໃນພາກພື້ນ, ລວມມີ ອາຣາບີ ຊາດຸດີ ແລະ ສະຫະລັດ ອາຣັບ ເອມີເລັດ (UAE)./.








