(ພາບປະກອບ: Reuters)
ບັນດາການໂຕ້ວາທີກ່ຽວກັບຄວາມສ່ຽງຂອງປັນຍາປະດິດ (AI) ພວມກາຍເປັນຈຸດສຸມຂອງສາກົນໃນຊຸມມື້ຜ່ານມາ, ເມື່ອນັບມື້ນັບມີຫຼາຍຄຳກ່າວເຕືອນຈາກວົງການນັກຊ່ຽວຊານດ້ານເຕັກໂນໂລຊີກ່ຽວກັບຄວາມສ່ຽງຂອງມະນຸດທີ່ຈະຖືກສູນເສຍຄວາມສາມາດຄວບຄຸມເຕັກໂນໂລຊີຍຸດທະສາດນີ້ໄດ້ອີກ. ນອກຈາກນັ້ນ, ບັນດາຄວາມເຄັ່ງຕຶງດ້ານພູມສາດການເມືອງ ພວມນັບມື້ນັບສົ່ງຜົນກະທົບຢ່າງຈະແຈ້ງຕໍ່ການແຂ່ງຂັນ AI ທົ່ວໂລກ.
ວັນທີ 16 ກັນຍາ, ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ມີຄວາມພະຍາຍາມໃນທົ່ວໂລກເພື່ອສ້າງຕັ້ງກົນໄກຄວບຄຸມ, ຫຼື "ຮົ້ວປ້ອງກັນ", ສຳລັບປັນຍາປະດິດ (AI). ຄຳຮຽກຮ້ອງໄດ້ຍົກອອກມາພຽງແຕ່ສອງສາມມື້ ຫຼັງຈາກການນຳຂອງບັນດາບໍລິສັດເຕັກໂນໂລຊີແຖວໜ້າຂອງ ອາເມລິກາ ກ່າວເຕືອນວ່າ ຕ້ອງຫຼຸດລະດັບຄວາມໄວໃນວິວັດການພັດທະນາ AI, ຍ້ອນເຕັກໂນໂລຊີນີ້ມີຄວາມສ່ຽງທີ່ລື່ນກາຍການຄວບຄຸມຂອງມະນຸດ.
ລະດັບການພັດທະນາທີ່ໜ້າວິຕົກກັງວົນ
ໃນບົດຂຽນວັນທີ 12 ກັນຍາ, ທ່ານ Dario Amodei, ຜູ້ອຳນວຍການໃຫຍ່ຂອງ Anthropic ໄດ້ກ່າວເຕືອນວ່າ ລະດັບການພັດທະນາ AI ໃນປະຈຸບັນອາດເຮັດໃຫ້ບັນດາລະບົບ AI ມີຄວາມສາມາດປະຕິບັດບັນດາການກະທຳອັນຕະລາຍທາງອິນເຕີເນັດໄດ້ຢ່າງວ່ອງໄວ. ສະນັ້ນ, ບັນດາບໍລິສັດພັດທະນາ AI ແຖວໜ້າຕ້ອງຫຼຸດການຍົກລະດັບກຳລັງຄວາມສາມາດຂອງບັນດາຮູບແບບ AI, ພ້ອມກັນນັ້ນຍົກສູງບັນດາມາດຕະການຄວາມປອດໄພ. ມີນັກຊ່ຽວຊານດ້ານເຕັກໂນໂລຊີຫຼາຍທ່ານໃນໂລກກໍ່ເປີດເຜີຍການສະໜັບສະໜູນຂໍ້ສະເໜີນີ້.
ນັບແຕ່ທ້າຍປີ 2025, ບັນດາການໂຈມຕີທາງໄຊເບີໂດຍ AI (agentic AI) ປະຕິບັດນັບມື້ນັບແນບນຽນກວ່າ, ໃນນັ້ນ, ມີເຫດຮາກຖານຂໍ້ມູນຂອງ Hugging Face ຖືກບັນດາພາກສ່ວນກ່ຽວຂ້ອງເຖິງ AI ບຸກໂຈມຕີເມື່ອເດືອນກໍລະກົດ 2026 ໄດ້ເປັນການກ່າວເຕືອນຢ່າງຮ້າຍແຮງ, ຍ້ອນບັນດາພາກສ່ວນກ່ຽວຂ້ອງ AI ປະຕິບັດ ສ່ວນຫຼາຍແມ່ນປະຕິບັດດ້ວຍຕົນເອງ, ດ້ວຍລະດັບຄວາມໄວທີ່ແຮກເກີບໍ່ສາມາດໄປທຽບທັນໄດ້. ທ່ານ Brad Carson, ອະດີດສະມາຊິກສະພາຕ່ຳ ອາເມລິກາ ແລະ ປະຈຸບັນແມ່ນປະທານອົງການ "ຊາວ ອາເມລິກາ ປ່ຽນແປງໃໝ່ມີຄວາມຮັບຜິດຊອບ" (ARI), ໃຫ້ຂໍ້ສັງເກດວ່າ:
"ທຸກສິ່ງທຸກຢ່າງພວມດຳເນີນໄປຢ່າງວ່ອງໄວຈົນເຖິງວ່າ ບັນດານັກຄົ້ນຄວ້າກໍ່ຮູ້ສຶກຢ້ານກົວ AI. ນັ້ນແມ່ນສິ່ງທີ່ພວກເຮົາໄດ້ເຫັນໃນເວລາສອງ, ສາມ ອາທິດຜ່ານມາ. ບັນດາຜູ້ທີ່ເຮັດວຽກຢູ່ບໍລິສັດເຫຼົ່ານີ້ກໍ່ໄດ້ອອກສຽງ. ຄຳກ່າວເຕືອນເລີ່ມມາຈາກພາຍໃນເອງ, ຖືວ່າບັນດາສິ່ງທີ່ເຂົາເຈົ້າພວມປະຕິບັດມີຄວາມສ່ຽງກໍ່ໃຫ້ເກີດຜົນສະທ້ອນທີີ່ຮ້າຍແຮງ. ສະນັ້ນ, ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງພິຈາລະນາຄຳເຫັນຂອງເຂົາເຈົ້າຢ່າງຈິງຈັງ."
ພ້ອມກັບລະດັບການພັດທະນາເຕັກໂນໂລຊີ AI ຢ່າງວ່ອງໄວທີ່ສຸດນັ້ນ, ມີແງ່ມູມໜຶ່ງກໍ່ສ້າງຄວາມສ່ຽງກ່ຽວກັບ AI ແມ່ນການຂາດການຄວບຄຸ້ມບັນດາບໍລິສັດເຕັກໂນໂລຊີ. ທ່ານນາງ Marta Ziosi, ຮອງຜູ້ອຳນວຍການຮັບຜິດຊອບເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນ ແລະ ການປະຕິບັດອຸດສາຫະກຳ ຢູ່ສະຖາບັນ Ada Lovelace (ອັງກິດ), ໃຫ້ຂໍ້ສັງເກດວ່າ:
"ສິ່ງທີ່ຂ້າພະເຈົ້າມີຄວາມວິຕົກກັງວົນໃນປະຈຸບັນ, ແລະ ອາດກໍ່ແມ່ນສິ່ງທີ່ໄດ້ສ່ອງແສງຜ່ານບັນດາຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງທີ່ວ່າມະນຸດຈະຖືກດັບສູນ, ນັ້ນແມ່ນເລື່ອງທີ່ບັນດາບໍລິສັດພວມກຳມະສິດສິດອຳນາດຢ່າງໃຫຍ່ຫຼວງ ຫາກບໍ່ມີການຄວບຄຸມ ຫຼື ສະກັດກັນກ່ຽວກັບບັນດາການເຄື່ອນໄຫວຂອງເຂົາເຈົ້າຢ່າງແທ້ຈິງ. ຂ້າພະເຈົ້າຖືວ່າ ສິ່ງດັ່ງກ່າວໄດ້ສ້າງຄວາມອັນຕະລາຍ ແລະ ເວລານັ້ນຈຶ່ງແມ່ນສິ່ງທີ່ໜ້າເປັນວິຕົກກັງວົນ."
ສີສັນພູມສາດການເມືອງ
ໃນອາທິດທີ່ຜ່ານມາ, ບັນດາເຈົ້າໜ້າແຖວໜ້າຂອງ ອາເມລິກາ, ໃນນັ້ນມີທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ປະຕິເສດຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງຂອງ AI ແລະ ຖືວ່າ ສິ່ງທີ່ ອາເມລິກາ ຕ້ອງເຮັດໃນປັດຈຸບັນແມ່ນ ຮັກສາທີ່ຕັ້ງນຳໜ້າດ້າຍເຕັກໂນໂລຊີຍຸດທະສາດນີ້. ສ່ວນຝ່າຍຈີນ, ຄຳຮຽກຮ້ອງຈາກບັນດາການນຳເຕັກໂລໂຊຊີຂອງ ອາເມລິກາ ໃນການພັດທະນາ AI "ຊ້າລົງ" ກໍ່ໄດ້ຮັບການຮັບຮອງດ້ວຍຄວາມລະມັດລະວັງ.
ທ່ານ Stuart Russell, ປະທານສະຫະສະມາຄົມສາກົນກ່ຽວກັບ AI ປອດໄພ ແລະ ຄຸນສົມບັດ, ທັງເປັນສາດສະດາຈານສິດສອນວິທະຍາສາດຄອມພິວເຕີ ຢູ່ມະຫາວິທະຍາໄລ UC Berkeley (ອາເມລິກາ), ກໍໍ່ແບ່ງປັນທັດສະນະນີ້ໂດຍຖືວ່າ.
"ສັງເກດຈາກແງ່ມູມຄຸ້ມຄອງ, ຖ້າພວກເຮົາມີຄວາມກັງວົນຕໍ່ຄວາມສ່ຽງມະນຸດຖືກດັບສູນຍ້ອນລະບົບ AI ກໍໃຫ້ເກີດນັ້ນ, ການນາບຂູ່ນີ້ອາດຈະເກີດມາຈາກທຸກສິ່ງ. ແລະ ເປັນທີ່ຈະແຈ້ງແລ້ວວ່າ ພວກເຮົາບໍ່ຖືກຈຳກັດໂດຍຊາຍແດນແຫ່ງຊາດ. ສະນັ້ນ, ພວກເຮົາຕ້ອງມີບັນດາຂໍ້ຕົກລົງສາກົນເພື່ອຮັບປະກັນວ່າ ທຸກປະເທດລ້ວນແຕ່ສ້າງກົນໄກຄວບຄຸມທີ່ຈຳເປັນເພື່ອສະກັດກັ້ນແຜນການນັ້ນອາດຈະເກີດຂຶ້ນ."
ຄຳຖາມທີ່ໄດ້ຍົກອອມາແມ່ນກອບນິຕິກຳຄືແນວໃດຕ້ອງໄດ້ສ້າງຂຶ້ນ ແລະ ຂໍ້ກຳນົດໃດ? ຍ້ອນວ່າ, ບັນດາເຫດການໃນປີ 2025 ແລະ ຕົ້ນປີ 2026 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຄຳຖາມບໍ່ແມ່ນວ່າ AI ຈະກຳນົດຄວາມເປັນລະບຽບຮຽບຮ້ອຍຂອງໂລກຄືນໃໝ່ ຫຼື ບໍ່, ແຕ່ມັນແມ່ນໄວປານໃດ ແລະ ຜູ້ໃດຈະຮຽບຮຽງກົດລະບຽບ.








