ການພົວພັນລະຫວ່າງ ອາເມລິກາ - ຈີນ ໃນທ່າແກ້ງແຍ້ງຍຸດທະສາດ
25/12/2020 09:18
(VOVWORLD) - ແຕ່ດົນນານມາແລ້ວ, ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ໄດ້ເປັນຈຸດພົ້ນເດັ່ນຂອງບັນດາການພົວພັນສາກົນ, ແຕ່ວ່າ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຂຶ້ນກຳອຳນາດ ໃນຕົ້ນປີ 2017 ມາຮອດປັດຈຸບັນ, ການພົວພັນລະຫວ່າງສອງປະເທດມະຫາອຳນາດນີ້ ໄດ້ຫັນໄປສູ່ໄລຍະໃໝ່: ໄລຍະແຫ່ງການແກ້ງແຍ້ງຍຸດທະສາດຮອບດ້ານ ແລະ ສູ້ຢັນກັນ. ປີ 2020, ການແກ້ງແຍ້ງຍຸດທະສາດ ລະຫວ່າງ ອາເມລິກາ ແລະ ຈີນ ສືບຕໍ່ເຄັ່ງຕຶງຂຶ້ນຕື່ມໃນຫຼາຍຂົງເຂດ.
ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ຂຶ້ນກຳອຳນາດໃນປີ 2017, ປະເທດ ອາເມລິກາ ໄດ້ປຸກລະດົມບັ້ນແກ້ງແຍ້ງຍຸດທະສາດຮອບດ້ານກັບ ຈີນ ໃນຫຼາຍຂົງເຂດ, ຖື ຈີນ ແມ່ນ “ຄູ່ແຂ່ງແກ້ງແຍ້ງຍຸດທະສາດ” ນ້ຳເບີ 1 ແລະ ປະຕິບັດບັນດານະໂຍບາຍແຂງກະດ້າງຕໍ່ປະເທດນີ້. ປີ 2020, ພວກເຮົາໄດ້ເຫັນກັບຕາກ່ຽວກັບການພົວພັນລະຫວ່າງສອງປະເທດມີການແກ້ງແຍ້ງກັນຢ່າງຮອບດ້ານ ແລະ ສູ້ຢັນກັນຢ່າງດຸເດືອດກວ່າ.
TAG
VOV/VOVworld/ຈີນ/ອາເມລິກາ/ແກ້ງແຍ້ງ/ຍຸດທະສາດ
Related








