ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາຊົນເຜົ່າສ່ວນຫນ້ອຍ: ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ
25/01/2024 11:45
(VOVWORLD) - ວັດທະນະທຳບັນດາຊົນເຜົ່າສ່ວນຫນ້ອຍ ຢູ່ ຫວຽດນາມ ແມ່ນພາກສ່ວນຫນຶ່ງທີ່ສຳຄັນຂອງພື້ນຖານວັດທະນະທຳ ຫວຽດນາມ. ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງເຂດຊາວຊົນເຜົ່າສ່ວນຫນ້ອຍ ແມ່ນຫນຶ່ງໃນບັນດາບຸລິມະສິດຂອງພັກ, ລັດ ຫວຽດນາມ, ແມ່ນຫນ້າທີ່ຈຸດສຸມໃນໄລຍະປະຈຸບັນ.

ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາຊົນເຜົ່າສ່ວນຫນ້ອຍ: ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ. VOV ຕາມໝາກຜົນການສຳຫລວດປະຊາກອນປີ 2019, ຫວຽດນາມ ມີຊາວຊົນເຜົ່າສ່ວນຫນ້ອຍ (ກວມເອົາປະມານ 14,7% ຈຳນວນປະຊາກອນໃນຂອງທົ່ວປະເທດ), ສ່ວນຫລາຍແມ່ນດຳເນີນຊີວິດເຂດພູພຽງ, ພູດອຍທາງພາກເຫນືອ, ທິດເຫນືອພາກກາງ, ເຂດແຄມທະເລພາກກາງ, ໄຕງວຽນ ແລະ ທິດຕາເວັນຕົກພາກໃຕ້. ແຕ່ລະຊົນເຜົ່າສ່ວນຫນ້ອຍ ລ້ວນແຕ່ມີບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳລວມຂອງຊາດຫວຽດນາມ ອຸດົມສົມບູນ.
TAG
VOV/VOVworld/ເຜົ່າສ່ວນຫນ້ອຍ/ພັດທະນາເສດຖະກິດ/ວັດທະນະທຳຫວຽດນາມ
Related








