VOV WorldVOV World
ການກະທຳຂອງອາເມລິກາກໍ່ຄວາມວິຕົກກັງວົນຕໍ່ການຊ່ວງເສັງອາວຸດ
22/08/2019 09:52
(VOVWORLD) -ພຽງກວ່າສອງອາທິດ ພາຍຫລັງ ອາເມລິກາ ຖອນຕົວອອກຈາກສົນທິສັນຍາ ບັນດາກຳລັງນິວເຄຼຍ ໄລຍະກາງ (INF) ແລະ ຫລັງຈາກນັ້ນບໍ່ດົນ ເມື່ອວໍຊີງຕັນ ເປີດເຜີຍເຈດຈຳນົງວ່າຈະຜັນຂະຫຍາຍລູກສອນໄຟໄລຍະກາງ ຢູ່ ອາຊີ. ວັນທີ 18 ສິງຫາ, ທຳນຽບ 5 ແຈ ໄດ້ຍິງທົດລອງລູກສອນໄຟຕິດປີກໄລຍະໄກກວ່າ 500 ກິໂລແມັດ. ການກະທຳຂອງ ວໍຊີງຕັນ ເຮັດໃຫ້ປະຊາຄົມສາກົນແປກປະຫລາດ ແລະ ມີຄວາມວິຕົກກັງວົນຕໍ່ການຊ່ວງເສັງອາວຸດໃນອະນາຄົດ.
ການກະທຳຂອງອາເມລິກາກໍ່ຄວາມວິຕົກກັງວົນຕໍ່ການຊ່ວງເສັງອາວຸດ
 ພາບປະກອບ ພາບ:vietnam+ ທຳນຽບ 5 ແຈ ໃຫ້ຮູ້ວ່າ: ການທົດລອງ ອາວຸດ ແມ່ນແຜນການຂອງລູກສອນໄຟຕິດປີກ Tomahawk ຊື່ງ ທະຫານເຮືອ ອາເມລິກາ ນຳໃຊ້, ໄດ້ດັດປັບ ແລະ ຍິງທົດລອງຢູ່ຫນ້າດິນ. ລູກສອນໄຟຖືກຍິງຈາກ ເກາະ San Nicolas ແລະ ຍິງຖືກເປົ້າໝາຍຫ່າງຈາກນັ້ນ 500 ກິໂລແມັດ. ນີ້ແມ່ນໄລຍະຍິງຖືກຈຳກັດ ຕາມການກຳນົດຂອງ INF. ລູກສອນໄຟໄດ້ຕິດຫົວລຸກປືນທຳມະດາບໍ່ແມ່ນຫົວລູກປືນນິວເຄຼຍ.
TAG
VOV/VOVworld/ສົນທິສັນຍາ/ຍິງທົດລອງ