VOV WorldVOV World
ການຄິດໄລ່ຂອງ ວໍຊິງຕັນ ເມື່ອຖອນຕົວອອກຈາກສົນທິສັນຍາກ່ຽວກັບການລົບລ້າງລູກສອນໄຟໄລຍະກາງ ແລະ ໄລຍະສັ້ນ
23/10/2018 09:13
(VOVWORLD) - ພາຍຫລັງຄົງຕົວເປັນເວລາກ່ວາ 30 ປີ, ສົນທິສັນຍາກ່ຽວກັບການລົບລ້າງລູກສອນໄຟໄລຍະກາງ ແລະ ໄລຍະສັ້ນ (INF) ລະຫວ່າງ ລັດເຊຍ ແລະ ອາເມລິກາ ອາດຈະຖືກລົບລ້າງ, ເມື່ອວັນທີ 20 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງຈະຖອນຕົວອອກຈາກສົນທິສັນຍາສະບັບນີ້ພຽງລຳພັງຝ່າຍດຽວ.
ໂດຍບໍ່ຫົວຊາຕໍ່ ເລື່ອງຫາງສຽງສາກົນມີຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງສູ້ຢັນກັນແບບຍຸດທະສາດລະຫວ່າງ 2 ປະເທດມະຫາອຳນາດດ້ານນິວເຄຼຍ ທີ່ເຄີຍເກີດຂຶ້ນໃນຊຸມປີຕົ້ນທົດສະວັດ 70 ຂອງສະຕະວັດກ່ອນ, ທ່ານ Donald Trump ຍັງຄົງຍົກອອກຄຳຕັດສິນ ຍ້ອນການຄິດໄລ່ສະເພາະຂອງ ອາເມລິກາ.   ອະດີດການນຳ ໂຊວຽດ Mikhail Gorbache ແລະ ອະດີດປະທານາທິບໍດີ ອາເມິລກາ Ronald Reagan ລົງນາມ INF ໃນວັນທີ 8/12/1987 (ພາບ: Reuters)         ສະຫະພາບ ໂຊວຽດ ແລະ ອາເມລິກາ ໄດ້ເຊັນສົນທິສັນຍາ INF ເມື່ອປີ 1987, ເກືອດຫ້າມບັນດາປະເທດກຳມະສິດລູກສອນໄຟນຳວິຖີໜ້າດິນ ແລະ ລູກສອນໄຟມີປີກ ດ້ວຍລັດສະໜີການຍິງແຕ່ 500 – 5.500 ກມ ທີ່ສາມາດບຸກໂຈມຕີນິວເຄຼຍເຊິ່ງກັນ ແລະ ກັນ ຍ້ອນບັນດາລູກສອນໄຟນີ້ ມີເວລາບິນທີ່ສັ້ນ. ອາດຈະເວົ້າໄດ້ວ່າ: ສົນທິສັນຍານີ້ ແມ່ນເຄື່ອງມືຄວບຄຸມອາວຸດນິວເຄຼຍ ແນໃສ່ສະກັດກັ້ນການຊ່ວງເສັງອາວຸດສະໄໝສົງຄາມເຢັນ.        ການກຳເນີດຂອງ INF ພ້ອມກັບສົນທິສັນຍາບາງສະບັບອື່ນໆຄື: ສົນທິສັນຍາຕ້ານລູກສອນໄຟນຳວິທີ (ABM), ສົນທິສັນຍາຈຳກັດ ແລະ ຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START) ເຊິ່ງລົງນາມເມື່ອປີ 1991 ລະຫວ່າງ ອາເມລິກາ ແລະ ສະຫະພາບ ໂຊວຽດ (ປະຈຸບັນແມ່ນ ລັດເຊຍ) ກໍ່ຄືສົນທິສັນຍາ New START (START 2) ລົງນາມໃນປີ 1993 ແລະ START 3 ລົງນາມໃນປີ 2010, ໄດ້ຢຸດຕິການສູ້ຢັນດ້ານນິວເຄຼຍທີ່ມີຄວາມສ່ຽງຫລາຍຢ່າງ ລະຫວ່າງ ອາເມລິກາ ແລະ ລັດເຊຍ ຢູ່ ເອີຣົບ, ສ້າງຄວາມສະຖຽນລະພາບພໍສົມຄວນໃຫ້ແກ່ທະວີບນີ້ ໃນຕະຫລອດ 30 ປີຜ່ານມາ, ກໍ່ຄືນຳມາເຊິ່ງຄວາມມຸ່ງມາດປາດຖະໜາກ່ຽວກັບໂລກປອດນິວເຄຼຍ.
TAG
VOV/VOVworld/ວໍຊິງຕັນ/ຖອນຕົວ/ສົນທິສັນຍາກ່ຽວກັບການລົບລ້າງລູກສອນໄຟ