ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ:ປັດໄຈສຳຄັນໃນການສ້າງລັດແຫ່ງອຳນາດກົດໝາຍ
09/11/2023 09:00
(VOVWORLD) -ວັນທີ 9 ພະຈິກ ທຸກປີ ແມ່ນວັນ ກົດໝາຍ ຫວຽດນາມ, ແມ່ນເຫດການເພື່ອແນໃສ່ເຊີດຊູບົດບາດສຳຄັນຂອງລະບົບກົດໝາຍໃນການບໍລິຫານ,ຄຸ້ມຄອງປະເທດຊາດ ພິເສດ ໃນວິວັດທະນາການກໍ່ສ້າງ, ປັບປຸງລັດແຫ່ງອຳນາດກົດໝາຍ ຢູ່ ຫວຽດນາມປະຈຸບັນໃຫ້ສົມບູນແບບ. ໃນພາບພົດລວມຂອງລະບົບກົດໝາຍ, ບັນດາຂໍ້ກຳນົດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແມ່ນປັດໄຈຂາດບໍ່ໄດ້, ປະກອບສ່ວນຫັນເປົ້າໝາຍສ້າງລັດແຫ່ງອຳນາດກົດໝາຍໃຫ້ປະກົດຜົນເປັນຈິງ.

ການປ້ອງກັນ ຕ້ານການສໍ້ລາດບັງຫລວງແມ່ນປັດໄຈສຳຄັນໃນການສ້າງລັດແຫ່ງອຳນາດກົດໝາຍ. ພາບ: Báo Pháp Luật ຄາວຍັງມີຊີວິດຢູ່ ປະທານ ໂຮ່ຈີມິນ ເຄີຍຢືນຢັນວ່າ: ການສໍ່ລາດບັງຫລວງ, ການຟຸມເຟືອຍ ແລະ ໄພ ອາດຍາສິດ ໄດ້ເຮັດໃຫ້ພາລະກິດແຫ່ງການຕໍ່ຕ້ານ ແລະສ້າງສາປະເທດຊາດຊັກຊ້າລົງ. ປະຈຸບັນ ພັກກອມມູນິດ ຫວຽດນາມໄດ້ກຳນົດວ່າ: ການປ້ອງກັນ, ຕ້ານການສໍ້ລາດບັງຫລວງແມ່ນມີບົດບາດສຳຄັນສຳລັບພາລະກິດແຫ່ງການປ່ຽນແປງໃຫມ່ປະເທດຊາດ.ການຕໍ່ສູ້ ຕ້ານການສໍ້ລາດບັງຫລວງ ປະກົດການຫຍໍ້ທໍ້ເພື່ອປົກປັກຮັກສາພັກ, ລັດແຫ່ງອຳນາດກົດໝາຍ , ສ້າງລັດຖະບານມີປະສິດທິພາບ, ຍຸຕິທຳ ແລະ ມີປະສິດທິຜົນກວ່າ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຢ່າງແຮງກວ່າ ແລະປະຕິບັດບັນດາບົດບາດຫນ້າທີ່ສັງຄົມໃຫ້ດີກວ່າເກົ່າ.
TAG
VOV/VOVworld/ການຕໍ່ສູ້ປ້ອງກັນ/ຕ້ານການສໍ້ລາດບັງຫລວງ/ເອກະສານນິຕິກຳ
Related
More








