VOV WorldVOV World
ການຊອກຫາສຽງເວົ້າລວມຂອງ G7 ແມ່ນນັບມື້ນັບຍາກຂຶ້ນ
28/08/2019 09:07
(VOVWORLD) - ເປັນຄືດັ່ງທີ່ວົງການນັກໄຈ້ແຍກເກີດຄວາມວິຕົກກັງວົງ, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ສິ້ນສຸດລົງຢູ່ ຝຣັ່ງ ໃນວັນທີ 26 ສິງຫາ ເຊິ່ງບໍ່ສາມາດບັນລຸໄດ້ບັນຫາໝາກຜົນທີ່ເປັນໜ້າຊື່ນຊົມ.
ການຊອກຫາສຽງເວົ້າລວມຂອງ G7 ແມ່ນນັບມື້ນັບຍາກຂຶ້ນ
  ຄວາມແຕກຕ່າງກັນກ່ຽວກັບທັດສະນະລະຫວ່າງບັນດາປະເທດສະມາຊິກໃນບັນດາເນື້ອໃນປຶກສາຫາລືສຳຄັນ ໄດ້ເຮັດໃຫ້ກອງປະຊຸມ ບໍ່ມີບໍ່ວ່າຂໍ້ຕົກລົງທີ່ມີລັກສະນະບຸກທະລຸໃດ. ບໍ່ພຽງແຕ່ເທົ່ານັ້ນ, ບັນດາວາລະປະຊຸມປຶກສາຫາລືທີ່ກອງປະຊຸມ ຍັງສະແດງໃຫ້ເຫັນການແບ່ງແຍກລະຫວ່າງບັນດາປະເທດຢ່າງເລິກເຊິ່ງ. ການນຳບັນດາປະເທດ G7 ປະຊຸມຢູ່  Biarritz, ຝຣັ່ງ ໃນວັນທີ 25/8/2019. ພາບ: AFP/TTXVN         ດ້ວຍຫົວຂໍ້ກວມລວມແມ່ນຕ້ານການຂາດຄວາມສະເໝີພາບ, ບັນດາບັນຫາເຄັ່ງຮ້ອນທັງໝົດຂອງໂລກໄດ້ຍົກອອກມາປຶກສາຫາລືຢູ່ກອງປະຊຸມສຸດຍອດ G7 ຄັ້ງນີ້, ນັບແຕ່ເກີດເຫດໄຟໃໝ້ປ່າຢ່າງຮ້າຍແຮງ ເຊິ່ງພວມທຳລາຍ “ສິ່ງແວດລ້ອມ” ຂອງໜ່ວຍໂລກ, ນັ້ນແມ່ນປ່າ Amazon, ຕະຫລອດຮອດບັນດາຄວາມສ່ຽງເກີດການຊຸດໂຊມຂອງເສດຖະກິດທົ່ວໂລກ ຍ້ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ, ນັບແຕ່ບັນຫານິວເຄຼຍ ອີຣານ ແລະ ສະພາບຄວາມເຄັ່ງຕຶງຢູ່ເຂດອ່າວເປີເຊຍ ຈົນຮອດການຈັດວາງອັດຕາພາສີບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່…
TAG
VOV/VOVworld/ສຽງເວົ້າລວມ/G7/Donald Trump/ລັດ​ເຊຍ/Brexit/ວິ​ກິ​ດ​ການ