VOV WorldVOV World
ການຮ່ວມມືແລະແຮກສ່ຽວລະຫວ່າງທ້ອງຖິ່ນຕ່າງໆຫວຽດນາມ-ລາວ: ນຳມາເຊິ່ງບັນດາປະສິດທິຜົນໃນການຮ່ວມມືຢ່າງແທດຈິງ
05/02/2018 10:36
(VOVWORLD) - ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຫວຽດນາມ - ລາວ ແມ່ນສາຍພົວພັນສັດຊື່ບໍລິສຸດ, ໂປ່ງໄສ ແລະ ຫາຍາກໃນໂລກ, ແມ່ນປັດໄຈສຳຄັນໃນການພັດທະນາຂອງ 2 ປະເທດ. ໄປຄຽງຄູ່ກັບການພົວພັນຮ່ວມມືຮອບດ້ານລະດັບລັດຖະບານ, ບັນດາຮູບການຮ່ວມມື ແລະ ແຮກນສ່ຽວລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດກໍໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ.
ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຢ້ຽມຢາມລາວ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມພາຄີລະຫວ່າງລັດຖະບານຫວຽດນາມ - ລາວ, ບັນນາທິການ VOV ໄດ້ມີບົດຂຽນ “ການຮ່ວມມື ແລະ ແຮກສ່ຽວລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດຫວຽດນາມ-ລາວ: ນຳມາເຊິ່ງບັນດາປະສິດທິຜົນໃນການຮ່ວມມືຢ່າງແທດຈິງ”.         ຫວຽດນາມ ແລະ ລາວ ມີເສັ້ນຊາຍແດນຮ່ວມກັນດ້ວຍຄວາມຍາວປະມານ 2.300 ກວ່າກ.ມ, ໄປຜ່ານ 10 ແຂວງເຂດຊາຍແດນຂອງຫວຽດນາມ ແລະ ຕິດກັບ 10 ແຂວງເຂດຊາຍແດນຂອງລາວ. ໃນໄລຍະຜ່ານມາ, ມີຫຼາຍທ້ອງຖິ່ນລະຫວ່າງ 2 ປະເທດໄດ້ລົງນາມຮ່ວມມື, ແຮກສ່ຽວ ແລະ ການເຄື່ອນໄຫວດັ່ງກ່າວໄດ້ກາຍເປັນຮູບແບບທົ່ວໄປ, ໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ ແລະ ນຳມາເຊິ່ງປະສິດທິຜົນທີ່ນັບມື້ນັບສູງ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ຕອບສະໜອງບັນດາຄວາມຮຽກຮ້ອງຢ່າງລະອຽດ, ແທດຈິງກ່ຽວກັບການຜະລິດ, ຊີວິດການເປັນຢູ່ ແລະ ວຽກເຮັດງານທຳ ກໍຄືນ້ຳໃຈຖານບ້ານໃກ້ເຮືອນຄຽງຂອງແຕ່ລະຝ່າຍ.
TAG
VOV/VOVworld/​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ