VOV WorldVOV World
ການຢ້ຽມຢາມເປັນຂີດໝາຍແກ່ການກັບຄືນມາຂອງ ອາເມລິກາ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້
24/08/2021 10:21
(VOVWORLD) -ພາຍຫຼັງການເດີນທາງໄປຢ້ຽມຢາມ ສິງກະໂປ ແຕ່ວັນທີ 22 ຫາວັນທີ 24 ສິງຫາ, ວັນທີ 24 ສິງຫາ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະສືບຕໍ່ການເດີນທາງຂອງຕົນ ມາຢ້ຽມຢາມ ຫວຽດນາມ ພາຍໃນເວລາ 3 ວັນ. ນີ້ແມ່ນການເດີນທາງໄປປະຕິບັດງານການຕ່າງປະເທດຄັ້ງທຳອິດຂອງທ່ານນາງ Kamala Harris ໃນຖານະເປັນຮອງປະທານາທິບໍດີ ພາຍໃຕ້ອຳນາດການປົກຄອງຊຸດໃໝ່ຂອງ ອາເມລິກາ ເພື່ອແນໃສ່ສະແດງຄຳໝັ້ນສັນຍາຍາວນານ ຂອງ ອາເມລິກາ ກັບ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.
ການຢ້ຽມຢາມ ຫວຽດນາມ ແລະ ສິງກະໂປ ຂອງທ່ານນາງຮອງປະທານາທິບໍດີ Kamala Harris ໃນຄັ້ງນີ້ ຖືກດຳເນີນພາຍຫຼັງທີ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຢ້ຽມຢາມ ສິງກະໂປ, ຫວຽດນາມ ແລະ ຟີລິບປິນ ເມື່ອທ້າຍເດືອນ ກໍລະກົດ ຜ່ານມາ. ການເລືອກເຟັ້ນປະເທດ ສິງກະໂປ ແລະ ຫວຽດນາມ ເປັນຈຸດນັດພົບອີກຄັ້ງໜຶ່ງຂອງ ເຈົ້າໜ້າທີ່ຂັ້ນສູງນັ້ນ ໄດ້ເປັນການສະແດງໃຫ້ເຫັນຢ່າງຈະແຈ້ງນະໂຍບາຍຂອງອຳນາດການປົກຄອງ ອາເມລິກາ ຕໍ່ຄຳໝັ້ນສັນຍາກ່ຽວກັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ, ໃນນັ້ນ ມີພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ວັດທະນາຖາວອນ ແລະ ໝັ້ນຄົງ. ທ່ານນາງຮອງປະທານາທິບໍດີ ອາເມລິກາ  Kamala Harris (ພາບ:Reuters) 
TAG
VOV/VOVworld/ອາ​ເມ​ລິ​ກາ/ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້/ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ