ຂີດໝາຍໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ແລະ ໂຮນລັງ
10/04/2019 09:15
(VOVWORLD) - ທັງ ຫວຽດນາມ ແລະ ໂຮນລັງ ລ້ວນແຕ່ມີຈຸດຄ້າຍຄືກັນ ແມ່ນຕ້ອງປະເຊີນໜ້າຕໍ່ບັນດາສິ່ງທ້າທາຍກ່ຽວກັບການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte ຫາກໍ່ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ການຢ້ຽມຢາມບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ ຊຶ່ງພົ້ນເດັ່ນທີ່ສຸດ ແມ່ນ 2 ຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານຢ່າງເປັນທາງການ. ຂີດໝາຍສຳຄັນນີ້ ໄດ້ເປີດໄລຍະການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ໂຮນລັງ ຢ່າງມີປະສິດທິຜົນ ແລະ ແທດຈິງກ່ວາ. ທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP)
TAG
VOV/VOVworld/ຂີດໝາຍໃໝ່/ໂຮນລັງ/Mark Rutte
Related
More








.jpg)