ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ຍີ່ປຸ່ນ ແລະ ສເກົາຫລີ ປີນຂັ້ນໄດ
08/08/2019 09:20
(VOVWORLD) -ຄວາມຂັດແຍ້ງດ້ານການຄ້າ ສເກົາຫລີ - ຍີ່ປຸ່ນ ປີນຂັ້ນໄດ ໄດ້ກາຍເປັນ “ສົງຄາມຮອບດ້ານ” ແລະ ສູ້ຢັນກັນລະຫວ່າງສອງປະເທດ ແລະ ຄາດວ່າ ຈະນັບມື້ນັບຮ້າຍແຮງກວ່າ. ຈາກການຈຳກັດການສົ່ງອອກເຕັກໂນໂລຊີ, ຄວາມຂັດແຍ້ງລະຫວ່າງ ຍີ່ປຸ່ນ ແລະ ສເກົາຫລີ ພວມແຜ່ລາມອອກໄປຍັງຂົງເຂດບໍລິໂພກ ແລະ ການທ່ອງທ່ຽວ. ສະພາບການນີ້ ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນກ່ຽວກັບຜົນກະທົບຂອງມັນຕໍ່ພື້ນຖານເສດຖະກິດພາກພື້ນ.

ພາບປະກອບ ການພົວພັນ ລະຫວ່າງ ເຊີອູນ ແລະ ໂຕກຽວ ເກີດຄວາມເຄັ່ງຕຶງຂຶ້ນ ນັບແຕ່ເມື່ອ ເດືອນແລ້ວນີ້ ຍີ່ປຸ່ນ ເພີ່ມທະວີມາດຕະການຮັດກຸມຂໍ້ກຳນົດສົ່ງອອກອຸປະກອນເຕັກໂນໂລຊີສູງ ນຳໃຊ້ໃນທາດ ເຊີມີກອນດັກເຕີ (Semiconductor) ແລະ ໜ້າຈໍ ໄປຍັງ ສເກົາຫລີ. ເຊີອູນ ຖືວ່າ ນີ້ແມ່ນການກະທຳໂຕ້ຕອບຂອງ ໂຕກຽວ ໃນສະພາບການສອງປະເທດຖົກຖຽງກັນກ່ຽວກັບບັນຫາຊົດເຊີຍໃຫ້ແກ່ບັນດາຜູ້ປະສົບກັບເຄາະຮ້າຍ ສເກົາຫລີ ຖືກບັງຄັບໃຫ້ເຮັດວຽກໃນໄລຍະ ຍີ່ປຸ່ນ ປົກຄອງ ແຫລມເກົາຫລີ ນັບແຕ່ປີ 1910- 1945.
TAG
VOV/VOVworld/ການທະຫານ/ອາຊີຕາເວັນອອກສ່ຽງໃຕ້
Related








