VOV WorldVOV World
ຄວາມມັກໃຫຍ່ໄຝ່ສູງແບບໄຮ້ເຫດຜົນ, ກະມືງກະມັງຂອງຈີນ ຢູ່ ທະເລຕາເວັນອອກ
25/07/2019 09:46
(VOVWORLD) -ໃນຊຸມມື້ຜ່ານມາ, ກຸ່ມກຳປັ່ນສຳຫລວດ ໄຮ່ຢາງ 8(Haiyang Dizhi 8) ຂອງຈີນ ໄດ້ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ ຢູ່ບໍລິເວນທາງທິດໃຕ້ທະເລຕາເວັນອອກ. ນີ້ແມ່ນເຂດທະເລຂອງຫວຽດນາມ ແລະ ໄດ້ຮັບການກຳນົດຖືກຕ້ອງຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 ຊື່ງຫວຽດນາມ ແລະ ຈີນ ລ້ວນແຕ່ເປັນສະມາຊິກ. ການກະທຳດັ່ງກ່າວຂອງຈີນ ແມ່ນລະເມີດອຳນາດອະທິປະໄຕ ແລະ ອຳນາດສານຂອງຫວຽດນາມ, ໄປຝືນກັບກົດໝາຍສາກົນ.
ຄວາມມັກໃຫຍ່ໄຝ່ສູງແບບໄຮ້ເຫດຜົນ, ກະມືງກະມັງຂອງຈີນ ຢູ່ ທະເລຕາເວັນອອກ
ກຸ່ມກຳປັ່ນສຳຫລວດ ໄຮ່ຢາງ 8(Haiyang Dizhi 8) ຂອງຈີນ ໄດ້ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ ຢູ່ບໍລິເວນທາງທິດໃຕ້ທະເລຕາເວັນອອກ (ພາບ: ANTD)   ຕາມບັນດາຂໍ້ກຳນົດຂອງກົດໝາຍທະເລ ສາກົນ ກ່ຽວກັບເຂດເສດຖະກິດຈຳເພາະ, ການເຄື່ອນໄຫວສຳຫລວດທໍລະນີສາດຂອງ ກຳປັ່ນ ໄຮ່ຢາງ 8 ຂອງຈີນ ຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ ໄດ້ລະເມີດມາດຕາເກືອບທັງໝົດໃນສົນທິສັນຍາກ່ຽວກັບກົດໝາຍທະເລທີ່ໄດ້ກຳນົດກ່ຽວກັບສິດ ແລະ ພັນທະຂອງບັນດາຝ່າຍກ່ຽວຂ້ອງ. ການເຄື່ອນໄຫວນີ້ ຖ້າຫາກແນໃສ່ຈຸດປະສົງສຳຫລວດປະລິມານນ້ຳມັນອາຍແກັດຢູ່ພື້ນເຂດເສດຖະກິດຈຳເພາະ ກໍ່ແມ່ນເຂດໄຫລ່ທະວີບຂອງຫວຽດນາມ, ແມ່ນການກະທຳລະເມີດອຳນາດອະທິປະໄຕຂອງຫວຽດນາມ ຢູ່ເຂດນີ້. ຖ້າຫາກການເຄື່ອນໄຫວສຳຫລວດທໍລະນີສາດ ເພື່ອແນໃສ່ຮັບໃຊ້ການເຄື່ອນໄຫວຄົ້ນຄ້ວາວິທະຍາສາດ, ເຖິງວ່າ ກໍ່ແມ່ນເພື່ອຈຸດປະສົງສັນຕິພາບ ຫລືບໍ່? ກໍ່ແມ່ນການກະທຳລະເມີດອຳນາດສານຂອງຫວຽດນາມຢູ່ເຂດເສດຖະກິດຈຳເພາະຂອງຕົນ.
TAG
VOV/VOVworld/ອຳ​ນາດ​ອະ​ທິ​ປະ​ໄຕ/ອຳ​ນາດ​ສານ