ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10-ຂີດໝາຍໃໝ່ໃນຂະບວນການແຂ່ງຂັນຮັກຊາດ
07/12/2020 08:36
(VOVWORLD) -ດ້ວຍຫົວເລື່ອງ “ສາມັກຄີ, ປະດິດຄິດສ້າງ, ແຂ່ງຂັນສ້າງສາ ແລະ ປົກປັກຮັກສາປະເທດຊາດ” ນັ້ນ, ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10 ຈະດຳເນີນໃນລະຫວ່າງວັນທີ 9-10 ທັນວາ ຢູ່ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງທີ່ສຳຄັນ, ແມ່ນແຫ່ງເຕົ້າໂຮມ, ຍ້ອງຍໍຊົມເຊີຍ, ເຊີດຊູບັນດານັກວິລະຊົນ, ນັກຮົບແຂ່ງຂັນ, ແບບຢ່າງດີເດັ່ນ, ບັນດາປັດໄຈດີເດັ່ນກ່ວາໝູ່ ໃນຂະບວນການແຂ່ງຂັນຮັກຊາດ. ຜ່ານນັ້ນ, ສືບຕໍ່ປຸກລຸກກຳລັງແຮງອັນໃຫ່ຍຫຼວງ ຂອງກຸ່ມກ້ອນມະຫາສາມັກຄີແຫ່ງຊາດ ເພື່ອແນໃສ່ປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ ໃນໄລຍະທີ່ຈະມາເຖິງຢ່າງມີໄຊ.
ທ່ານໂງແຊັກທຶກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ (ພາບ: mattran.org.vn ) ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10 ມີຜູ້ແທນທາງການປະມານ 2000 ຄົນ. ໃນນັ້ນ, ມີຜູ້ແທນຫຼາຍຄົນແມ່ນບຸກຄົນ, ຜູ້ຕາງໜ້າລວມໝູ່ ທີ່ໄດ້ຮັບນາມະຍົດວິລະຊົນແຮງງານ, ວິລະຊົນກຳລັງປະກອບອາວຸດປະຊາຊົນ ໄລຍະປ່ຽນແປງໃໝ່, ບັນດາບຸກຄົນດີເດັ່ນຕາງໜ້າຂອງ 53 ຊົນເຜົ່າສ່ວນໜ້ອຍ. ພິເສດ, ມີ 20 ຄົນເປັນແບບຢ່າງດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19; 30 ຄົນເປັນຜູ້ມີຄວາມເກ່ັງກ້າສາມາດໜຸ່ມ, ເຍົາວະຊົນ, ອະນຸຊົນດີເດັ່ນ…
TAG
VOV/VOVworld/ທ່ານໂງແຊັກທຶກ/ກອງປະຊຸມໃຫ່ຍ/ແຂ່ງຂັນຮັກຊາດ/ຄັ້ງທີ 10/ຂະບວນການ/ຮ່ວມແຮງຮ່ວມໃຈ
Related








