ທີ່ກອງ​ປະ​ຊຸມລັດ​ຖະ​ບານ​ປະ​ຈຳ​ເດືອນ ກັນ​ຍາ ແລະ ກອງປະຊຸມທາງ​ໄກ​​ລະ​ຫວ່າງລັດຖະບານກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ທີ່​ຈັດ​ຂຶ້​ນໃນວັນທີ 03 ຕຸລາ, ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃຫ້​ບັນ​ດາທ້ອງຖິ່ນ​ຕ້ອງກວດກາ, ກຳນົດ ກຳ​ລັງຂັບເຄື່ອນ, ທ່າ​ແຮງບົ່ມ​ຊ້ອນ ທີ່ສາມາດ​ຂຸດ​ຄົ້ນໄດ້ຢ່າງຄົບຖ້ວນ, ໂດຍສະເພາະແມ່ນ​ບັນ​ດາ​ຂະ​ແໜງ, ຂົງ​ເຂດ, ໂຄງການ​ທີ່​ສາ​ມາດສ້າງມູນຄ່າເພີ່ມ.

ການເຕີບໂຕສອງຕົວເລກແມ່ນເສັ້ນທາງທີ່​ຈຳ​ເປັນ

ພາຍ​ຫຼັງ 9 ເດືອນ, ເສດຖະກິດຂອງ ຫວຽດນາມ ຍັງ ຮັກສາລະ​ດັບເຕີບໂຕ​ທີ່​ຕັ້ງ​ໜ້າ. GDP ເພີ່ມຂຶ້ນ 9,01%, ສະ​ເພາະ​ໃນ​ໄຕ​ມາດ​ທີ 3 ໄດ້ເພີ່ມຂຶ້ນ 9,95%,. ຕາມລັດຖະບານແລ້ວ, ເພື່ອບັນລຸເປົ້າໝາຍການເຕີບໂຕ​ສອງ​ຕົວ​ເລກໃຫ້ທັງປີ, GDP ໃນໄຕມາດທີ 4 ຕ້ອງເພີ່ມກວ່າ 12,5%. ໄລ​ຍະ​ຫ່າງ​ຈາກ​ລະ​ດັບການເຕີບໂຕໃນປະຈຸບັນ​ເຖິງເປົ້າໝາຍທ້າຍປີ​ໄດ້​ວາງ​ອອກຄວາມຮຽກ​ຮ້ອງຕ້ອງການສູງ​ທີ່​ສຸດ​ສຳ​ລັບການຈັດຕັ້ງປະຕິບັດໃນ​ຊຸມເດືອນທີ່​ຍັງເຫຼືອ. ເປົ້າ​ໝາຍ​ລະ​ດັບການເຕີບໂຕ​ສູງ​ຕິດ​ພັນ​ກັບ​​ທິດ​ທາງພັດ​ທະ​ນາໄລຍະຍາວຂອງປະເທດ​. ​ທ່ານ ໂງວັນຕວນ, ລັດ​ຖະ​ມົນ​ຕີກະ​ຂວງການເງິນ ຫວຽດ​ນາມ, ເນັ້ນໜັກວ່າ:

“ເປົ້າ​ໝາຍບັນລຸລະ​ດັບເຕີບໂຕສອງຕົວເລກແມ່ນເປົ້າໝາຍທີ່ທ້າທາຍ​ທີ່​ສຸດ, ແຕ່ກໍ່ເປັນເສັ້ນທາງທີ່​ຈຳ​ເປັນ, ບໍ່ມີເສັ້ນທາງອື່ນ​ເພື່ອ​ໃຫ້ພວກເຮົາສຳ​ເລັດເປົ້າ​ໝາຍພັດທະນາປະເທດຊາດ ມຸ່ງ​ໄປ​ເຖິງ 100 ປີ​ແຫ່ງວັນ​ສ້າງຕັ້ງພັກ, 100 ປີແຫ່ງວັນສ້າງຕັ້ງປະເທດຊາດ, ​ຮອດ​ປີ 2045 ຫວຽດ​ນາມ ຈະ​ກາຍ​ເປັນປະ​ເທດພັດ​ທະ​ນາ, ອຸດສາຫະກຳທັນ​ສະ​ໄໝ. ພວກເຮົາມີທິ​ດ​ທາງຢ່າງ​ຈະ​ແຈ້ງ, ປະຈຸບັນ​ຕ້ອງ​ຕັດ​ສິນ​ໃຈປະຕິບັດຢ່າງເດັດຂາດ, ມີປະ​ສິດ​ທິ​ຜົນເພື່ອ​ບັນ​ລຸ​ເປົ້າ​ໝາຍທີ່ໄດ້​ວາງ​ອອກ.”

ສ້າງ ​ທ່າ​ແຮງ, ທ່າ​ສະ​ດວກ, ກຳ​ລ​ັງ​ແຮງໃຫ້ແກ່ການເຕີບໂຕ

ບັນ​ດາ​ທ່າ​ແຮງບົ່​ມ​ຊ້ອນ​​ສາ​ມາດ​ສ້າງການເຕີບໂຕຕື່ມອີກໃນໄຕມາດທີ 4 ຂອງປີ 2026 ແມ່ນຢູ່ຫຼາຍພາກ​ສ່ວນ​ຂອງ​ພື້​ນ​ຖານເສດຖະກິດ, ​ຈາກການຜະລິດ, ການລົງທຶນ, ການ​ບໍ​ລິ​ໂພກ, ການສົ່ງອອກ ຕະ​ຫຼອດ​ຮອດການປ່ອຍ​ເງິນລົງທຶນສາ​ທາ​ລະ​ນະ ແລະ ດຶງດູດການລົງທຶນຈາກພາກເອກະຊົນ. ​ທີ່ກອງປະຊຸມ, ທ່ານນາຍົກ​ລັດ​ຖະ​ມົນ​ຕີ , ຮຽກ​ຮ້ອງວ່າ

“ບັນດາທ້ອງຖິ່ນເປັນຂົ້ວເຕີບໂຕ​ທີ່ມີ​ຂອບ​ຂະ​ໜາດເສດຖະກິດ​ໃຫຍ່, ຄື: ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ຫາຍຟ່ອງ, ກວາງນິງ, ດົ່ງນາຍ, ບັກນິງ ຕ້ອງສູ້​ຊົນ​​ໃຫ້ສູງ​ກວ່າ ແລະ ຂຸດ​ຄົ້ນທ່າແຮງ​​ບົ່ມ​ຊ້ອນ​​ເຕີບ​ໂຕແຮງກວ່າ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ທີ່​ສາ​ມາດ​​ປ​ຕິ​ບັດ​ໃນ​ທັນ​ທີ. ສຳລັບທ້ອງຖິ່ນທີ່ບັນ​ລຸ​ລະ​ດັບເຕີບໂຕຍັງຕໍ່າກວ່າ​ເມື່ອມຽບ​ໃສ່ເປົ້າໝາຍ​ທີ່​ໄດ້​ວາງ​ອອກ, ​​ຕ້ອງຕີ​ລາ​ຄາທ່າ​ແຮງ​ບົ່ມ​ຊ້ອ​ນ​ທີ່ຍັງເຫຼືອ​ຢ່າງລະ​ອຽດ, ປະຕິບັດບັນ​ດາ​ມາ​ດ​ຕະ​ການ​ແກ້​ໄຂ​ຢ່າງແຮງ, ​ຂ້ຽວຂາດ, ​ລະ​ອ​ຽດ ແລະ ມີປະສິດທິ​ຜົນໃນທັນທີ ເພື່ອ​ສູ້​ຊົນບັນລຸເປົ້າໝາຍ​ຢູ່​ໃນ​ລະ​ດັບສູງສຸດ.”

ສຳລັບບັນ​ດາທ້ອງຖິ່ນ, ການຂຸດຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ​ໃຫ້​ການ​ເຕີບໂຕ​ພວມ​ຕິດ​ພັນ​ກັບ​ບັນ​ດາເງື່ອນໄຂ ແລະ ທ່າໄດ້ປຽບສະເພາະ. ດ້ວຍ​ລະ​ດັບການເຕີບໂຕ GRDP 11,81% ໃນ 9 ເດືອນຜ່ານມາ, ​ນະ​ຄອນ ບັກນິງ ຢືນອັນດັບທີ 4 ທົ່ວປະເທດ ແລະ ນອນ​ໃນ​ກຸ່ມ​ບັນດາທ້ອງຖິ່ນບັນ​ລຸລະ​ດັບເຕີບໂຕສອງຕົວເລກ. ທ່ານ ຫງວຽນດິ່ງຮຽວ, ຫົວ​ໜ້າພະແນກການເງິນ ບັກນິງ, ໃຫ້ຮູ້ວ່າ:

“ບັກນິງ ກາຍເປັນນະ​ຄອນ​ຂຶ້​ນ​ກັບສູນກາງ ​ສະ​ນັ້ນ​ຄວາມ​ຮຽກ​ຮ້ອງ​ຕ້ອງການພັດທະນາ​ກໍ່ສູງກວ່າ ທາງດ້ານ​ຂອບຂະໜາດ, ຄຸນນະພາບ ແລະ ລັກ​ສະ​ນະຍືນຍົງ. ທາງແຂວງ ໄດ້ກຳນົດຫັນປ່ຽນຈາກຮູບ​ແບບ​ການເຕີບໂຕທີ່ອີງໃສ່​ແຫຼ່ງທຶນ, ແຮງງານ ແລະ ​ເປີດກວ້າງ​ການຜະລິດໄປສູ່​ການ​ອີງ​ໃສ່ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກໍາ, ການຫັນ​ເປັນດີຈີຕອນ, ​ສະ​ມັດ​ຕະພາບ ແລະ ມູນຄ່າເພີ່ມ​ຢ່າງ​ແຮງ.”

ຈາກບັນ​ດາ​ກຳ​ລັງ​ໜູນ​ພວມ​ມີ​ຢູ່​ແລ້ວ ຕະ​ຫຼອດ​ຮອດ​ບັນ​ດາ​ກຳ​ລັງ​ໜູນໃຫມ່, ຄວາມ​ຮຽກ​ຮ້ອງ​ທີ່​ໄດ້​ວາງ​ອອກ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ບັນ​ລ​ຸ​ລະ​ດັບ​ເຕີບ​ໂຕສູງໄປ​ພ້ອມກັບຄຸນນະພາບການເຕີບໂຕ. ທ່ານ ບຸ່ຍ​ມິນ​ຢາບ, ຫົວໜ້າ​ນັກ​ຊ່ຽວ​ຊານ​ດ້ານເສດຖະກິດ ​ທະນາຄານ​ພັດທະນາ ​ອາຊີ (ADB) ປະຈຳ​ ຫວຽດນາມ, ​ເນັ້ນ​ໜັກ​ວ່າ:

“ສິ່ງທ້າທາຍດ້ານນະໂຍບາຍໃນປະຈຸບັນຂອງ ຫວຽດນາມ ​ແມ່ນ​ການຮັກສາລະ​ດັບການເຕີບໂຕສູງ ​ແຕ່​ຍັງ​​ຕ້ອງຍົກ​ສູງຄຸນນະພາບການເຕີບໂຕ. ພວກເຮົາມີພື້ນຖານການເຕີບໂຕດີ​ທີ​ສຸດແລ້ວ. ​ແຕ່​ເພື່ອ​​ຮັກ​ສາລະ​ດັບເຕີບໂຕແບບຍືນຍົງ ​ແມ່ນຕ້ອງ​ຫັນ​ປ່ຽນ​ຈາກ​ການເປີດກວ້າງ​ບັນ​ດາ​ປັດ​ໃຈ​ສົ້ນ​ເຂົ້າ​ໄປ​ສູ່ການຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນນະພາບ ແລະ ຄວາມ​ສາ​ມາດ​ຕ້ານ​ທານ​ຂອງເສດຖະກິດໃນໄລຍະກາງ ແລະ ໄລຍະຍາວ.”

ສາມເດືອນທ້າຍປີແມ່ນໄລຍະທາງ​ສຸດ​ທ້າຍ​ເພື່ອ​ໃຫ້ ຫວຽດນາມ ຫັນ​ເປົ້າ​ໝາຍການເຕີບໂຕໃນປີ 2026ໃຫ້​ເຫັນ​ຮູບ​ປະ​ທຳ. ​ຂຸດ​ຄົ້ນ​​ທ່າ​ແຮງບົ່ມ​ຊ້ອນ​ທີ່ມີຢູ່​ແລ້ວ​ຢ່າງ​ສຸດ​ຂີດ, ແກ້​ໄຂ​ຈຸດອຸ​ຕັນ​ເພື່ອ​​​ຂຸດ​ຄົ້ນ​ແຫຼ່ງ​ກຳ​ລັງພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ, ພ້ອມ​​ທັງ​ເປີດກວ້າງ​ບັນ​ດາ​ກຳ​ລັງ​ໜູນ​ໃໝ່, ສິ່ງ​ດັ່ງ​ກ່າວຈະ​ຕັດ​ສິນ​ຄວາມ​ສາ​ມາດສ້າງບຸກ​ທະ​ລຸຕື່ມອີກໃນ​ຊຸມເດືອນທ້າຍປີ.