ທີ່ກອງປະຊຸມຄັ້ງທີ IV ຂອງຄະນະ​ບໍ​ລິ​ຫານ​ງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14, ບັນຫາປ່ຽນ​ແປງ​ໃໝ່​ວຽກ​ງານ​ພະ​ນັກ​ງານ, ດຶງດູດ ແລະ ນຳໃຊ້ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດສືບຕໍ່ໄດ້​ວາງ​ອອກ​ຄື​ດັ່ງ​ຄວາມ​ຮຽກ​ຮ້ອງຕ້ອງການຍຸດທະສາດ. ສູນກາງ​ໄດ້ຮັບຮອງເອົາມະຕິສະບັບໃໝ່ກ່ຽວກັບພະ​ນັກ​ງານ ແລະ ວຽກ​ງານ​ພະ​ນັກ​ງານ; ພ້ອມ​ກັນ​ນັ້ນ, ກໍ່​ຮັບ​ຮອງ​ເອົາ "ຍຸດທະສາດແຫ່ງຊາດ​ກ່ຽວ​ກັບ​ການດຶງດູດ, ນຳໃຊ້ ແລະ ພັດທະນາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດໃນ​ບັນ​ດາຂະແໜງການ, ຂົງເຂດປາຍ​ແຫຼມເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາປະ​ເທດ​ຊາດຢ່າງວ່ອງໄວ ແລະ ຍືນຍົງ."

ສູນກາງໄດ້ກຳນົດວຽກ​ງານ​ບຸກ​ທະ​ລຸ​ແຫຼ່ງຊັບພະຍາກອນມະນຸດບໍ່ພຽງແຕ່ດຶງດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດເທົ່ານັ້ນ, ຫາກຍັງສ້າງກົນໄກໃຫ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​​ສາ​ມາດ​ພັດ​ທະ​ນາກຳ​ລັງສາມາດ, ​ຖັນ​ແຖວ​ພະ​ນັກ​ງານ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ທັງລະບົບ​​ເຄື່ອນ​ໄຫວ​ໃຫ້ເປັນ​ຢ່າງ​ດີກວ່າ.

ຈິນ​ຕະ​ນາ​ກາ​ນ​ບຸກ​ທະ​ລຸ​ໃນ​ການ​ນຳ​ໃຊ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ

ກ່ອນອື່ນໝົດ, ການນຳໃຊ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດຕ້ອງ​ເລີ່ມ​ມາ​ຈາກ​ບັນ​ດາ​ໜ້າ​ທີ່​ພັດ​ທະ​ນາລະ​ອຽດ​ຂອງ​ປະ​ເທດ​ຊາດ. ໃນບົດກ່າວອັດກອງປະຊຸມຄັ້ງທີ IV ຂອງຄະ​ນະ​ລິ​​ຫ​ານ​ງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ໃນຕອຍ​ບ່າຍວັນທີ 08 ຕຸລາ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໄດ້ເນັ້ນໜັກວ່າ:

"ຕ້ອງອີງໃສ່ຄວາມ​ຮຽກ​ຮ້ອງ​ຕ້ອງການໜ້າ​ທີ່​ເພື່ອ​ສ້າງ​ແຫຼ່ງ​ກຳ​ລັງ, ​ບຳ​ລຸງ​ສ້າງ, ຈັດ​ແບ່ງ, ອີງ​ໃສ່​ການ​ຕີ​ລາ​ຄາເພື່ອຄັດເລືອກ, ຮັບປະກັນຄວາມສືບ​ທອດ​ຜ່ານ​ສະ​ໄໝ​ຕ່າງໆ. ຄຸນນະພາບ, ຄຸນ​ນະ​ທາດ, ​ຄວາ​ມ​ເກັ່ງ​ກ້າ​ຢ່າງແທ້ຈິງ, ​ອິດ​ທິ​ພົນຊື່ສຽງຕ້ອງ​ໄດ້ສະແດງໃຫ້ເຫັນຜ່ານຜົນງານ​ວຽງານ; ການ​ຕີ​ລາ​ຄາ​ຕ້ອງ​ຄິດ​ໄລ່​ເຖິງຄວາມຫຍຸ້ງຍາກ​ຂອງວຽກ​ງານ, ເງື່ອນໄຂປະຕິບັດ ແລະ ຄຸນຄ່າ​ຍາວນານ."

ປະເທດໜຶ່ງ​ຢາກກ້າວເດີນໄວ, ກ້າວໄກແມ່ນບໍ່ອາດອີງໃສ່ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ມາ​ຫາ​ເອງ, ​ຍິ່ງບໍ່ອາດ​ຖືການດຶງດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ແມ່ນ​ໄມ້​ຫຼ້າ​ວັດ​ແຖກ​ສຸດ​ທ້າຍຂອງນະໂຍບາຍໄດ້. ສິ່ງທີ່ສຳຄັນກວ່ານັ້ນ​ແມ່ນ, ຕ້ອງສ້າງກົນໄກ​ເພື່ອ​ໃຫ້​ຜູ້​ມີ​ກຳ​ລັງຄວາມສາມາດໄດ້ເຮັດວຽກ​ງານ​ຖືກຂົງເຂດ, ​ເສີ​ມ​ຂະ​ຫຍາຍຈຸດແຂງຂອງເຂົາເຈົ້າ ແລະ ສ້າງຄຸນຄ່າ. ​ພິ​ເສດ, ມະຕິສູນກາງໄດ້ເນັ້ນໜັກ​ເຖິງ ຍຸດທະສາດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໄດ້​ດຳ​ລົງຕຳແໜ່ງຫຼັກ​ແຫຼ່ງ, ແຕ່​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດບໍ່ຈຳເປັນຕ້ອງເຮັດ​ວຽກ​ຢູ່ອົງການຂອງລັດເທົ່ານັ້ນ; ຫາກຍັງສາມາດປະກອບສ່ວນ​ຜ່ານ​ການຄົ້ນຄວ້າ​ວິ​ທະ​ຍາ​ສາດ, ​ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ, ການຮ່ວມມື​ດ້ານ​ນັກຊ່ຽວຊານ ຫຼື ບັນ​ດາໂຄງການພັດທະນາ​ລະ​ອຽດ. ​ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີມ ຢືນຢັນວ່າ:

“ເຊື່ອມຕໍ່ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຢູ່ພາຍໃນປະເທດ, ຊາວ ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ, ​ນັກຊ່ຽວຊານສາກົນ; ເຊື່ອມຕໍ່​ທາງໂຮງຮຽນ, ສະຖາບັນຄົ້ນຄວ້າກັບວິ​ສາ​ຫະ​ກິດ. ​ຖືການຄົ້ນພົບ, ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຢູ່​ພາຍ​ໃນ​ປະ​ເທດ ເປັນພື້ນຖານຍາວນານ. ອົງການ​ນຳ​ໃຊ້ຕ້ອງມອບວຽກງານໃຫ້ສອດຄ່ອງ, ສ້າງ​ເງື່ອນ​ໄຂເປັນ​ເຈົ້າເຕັກໂນໂລຊີ, ສ້າງຖັນ​ແຖວ, ຖ່າຍ​ທອດ​ພ​ູ​ມ​ປັນ​ຍາ; ຮັບຮູ້ ເກື້ອ​ກຸນຢ່າງຍຸດຕິທຳ ​ລະ​ຫວ່າງ​ຜູ້​ໄດ້​ດຶງ​ດູດ ແລະ ຜູ້ພວມ​ອຸ​ທິດສ່ວນ.”

ການເຊື່ອມຕໍ່ຖັນ​ແຖວນັກປັນຍາຊົນ​ຢູ່ພາຍໃນປະເທດ ກັບນັກຊ່ຽວຊານ ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດ ແລະ ນັກວິທະຍາສາດສາກົນ ຈະຊ່ວຍເປີດກວ້າງ​ແຫຼ່ງ​ພູມ​ປັນ​ຍາ, ​ຍົກ​ສູງການເຂົ້າເຖິງ, ນຳໃຊ້ເຕັກໂນໂລຢີ ແລະ ຄ່ອຍໆ​ເປັນ​ເຈົ້າ​ການເຕັກໂນໂລຢີ.

ຍົກ​ສູງປະສິດທິ​ຜົນຂອງການ​ຄຸ້ມຄອງແຫ່ງຊາດ

ເຖິງຢ່າງໃດກໍ່ຕາມ, ພຽງ​ແຕ່​ມີ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດນັ້ນ​ແມ່ນຍັງບໍ່ພຽງພໍ. ນະໂຍບາຍຖ​ືກ​​ຕ້ອງ​ພຽ​ງ​ແຕ່ສ້າງຜົນ​ປະ​ໂຫຍດ​ເມື່ອ​ໄດ້​ຮັບ​ການປະຕິບັດ​ໃຫ້​ມີ​ປະ​ສິດ​ທິ​ຜົນ. ​ສະນັ້ນ, ການນຳໃຊ້​ແຫຼ່ງຊັບພະຍາກອນຢ່າງມີປະສິດທິ​ຜົນຮຽກຮ້ອງ ​ຕ້ອງມີການ​ປະ​ສານ​ສົມ​ທົບຢ່າງ​ແໜ້ນ​ແຟ້ນໃນການຈັດຕັ້ງປະຕິບັດ, ຕັ້ງໃນ​ປະ​ສິດ​ທິ​ຜົນລວມ​ຂອງ​ການຄຸ້ມ​ຄອງຄອງແຫ່ງຊາດ. ຍົກ​ສູງຄຸນນະພາບຂອງ​​ຖັນ​ແຖວແຫຼ່ງກຳລັງ​ແຮງ​ງານ​ຕ້ອງ​ໄປຄຽງຄູ່ກັບການ​ປ່ຽ​ນ​ແປງ​ໃໝ່ວິທີການ​ຕີ​ລາ​ຄາ, ​ຕ້ອງ​ຕິດ​ພັນ​ສິດ​ອຳ​ນາດ​ກັບ​ຄວາມ​ຮັບ​ຜິດ​ຊອບ, ​ຖື​ປະ​ສິດ​ທິ​ຜົນ​ຂອງການປະຕິບັດວຽກ​ງານເປັນ​ໄມ້​ຫຼ້າ​ວັດ​ແຖກ​ສຳ​ຄັນ.

ຕິດ​ຕ​າມກອງປະຊຸມ​ສຸນ​ກາງຄັ້ງທີ IV, ທ່ານພົນຈັດຕະວາ, ຮອງສາດສະດາຈານ, ປະ​ລິນຍ​າ​ເອກ ຫງວຽນວັນເຊົ໊າ, ຮອງຫົວ​ໜ້າ​ວິ​ທະ​ຍາ​ຄານຍຸດທະສາດ ແລະ ປະຫວັດສາດປ້ອງກັນ​ຊາດ ຫວຽດນາມ, ກະຊວງປ້ອງກັນປະເທດ, ໄດ້ສະ​ແດງ​ຄວາມ​ເຫັນ​ດີຕໍ່ມະຕິກ່ຽວກັບວຽກງານພະ​ນັກ​ງານທີ່ໄດ້ຮັບຮອງເອົາ:

“ພາຍຫຼັງ​ຕິດ​ຕ​າມ​ບົດ​ກ່າວ​ຄຳ​ເຫັນ​ຂອງທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີມ, ຂ້າພະເຈົ້າມີຄວາມຄາດຫວັງ​ເປັນ​ຢ່າງ​ສູງຕໍ່ວຽກງານ​ພະ​ນັກ​ງານຈະ​ມີ​ການ​ຫັນປ່ຽນ​ຢ່າງ​ແຮງ ຈາກການຄຸ້ມຄອງມະ​ນຸດ, ໄປສູ່ການພັດທະນາ ແລະ ການນຳໃຊ້ມະ​ນຸດ. ຈາກການກະກຽມພະນັກງານ​ຕາມແຕ່ລະ​ໄລ​ຍະ ພວກເຮົາໄດ້​ຫັນໄປ​ສູ່ການກະ​ກຽມ​ແຫຼ່ງຊັບພະຍາກອນມະນຸດ​ການນຳ​ໃຫ້​ແກ່​ບັນ​ດາວຽກງານຍຸດທະສາດ​ໃນ​ໄລ​ຍະ​ຍາວຂອງປະເທດ​ຊາດ. ​ແລະສິ່ງສຳຄັນທີ່ສຸດແມ່ນ ພວກເຮົາຕ້ອງສ້າງກົນໄກ​ເພື່ອ​ໃຫ້​ຜູ້​ມີ​ກຳ​ລັງ​ຄວາມ​ສາ​ມາດ​ໄດ້​ມອບໝາຍໜ້າທີ່​ໃຫຍ່, ຜູ້​ເຮັດ​ວຽກ​ຈະ​ໄດ້​ຮັບ​​ສິດ​ຫຼາຍກວ່າ. ພ້ອມ​ກັນ​ນັ້ນ, ຜູ້ທີ່ບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ແມ່ນຕ້ອງໄດ້​ທົດ​ແທນຢ່າງ​ທັນ​ການ.”

ການລົງທຶນໃສ່ມະ​ນຸດ, ​ນຳ​ໃຊ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາ ແລະ ການຍົກສູງກຳ​ລັງຄວາມສາມາດໃນການປະຕິບັດແມ່ນການລົງທຶນ​ໃຫ້​ແກ່ການພັດທະນາ​ໄລ​ຍະ​ຍາວ​ຂອງ​ປະ​ເທດ, ສ້າງພື້ນຖານເພື່ອໃຫ້ ຫວຽດນາມ ເສີມ​ຂະ​ຫຍາຍກຳລັງແຮງພາຍໃນ, ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ ແລະ ປະ​ຕິ​ບັດຄວາມມຸ່ງຫວັງພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນຍຸກໃໝ່ໃຫ້​ປະ​ກົ​ດ​ຜົນ​ເປັນ​ຈິງ.