VOV WorldVOV World
ກອງປະຊຸມ G20 ຢືນຢືນບົດບາດສ້າງໂລກເຊື່ອມຕໍ່
06/07/2017 11:43
(VOVWORLD) -ດ້ວຍຫົວເລື່ອງ “ ສ້າງໂລກເຊື່ອມຕໍ່”, ກອງປະຊຸມສຸດຍອດ ກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າຂອງໂລກ (G20) ຈະໄຂຂຶ້ນໃນວັນທີ 7 ກໍລະກົດ ຢູ່ Hamburg ປະເທດ ເຢຍລະມັນ. ໃນສະພາວະມີການປ່ຽນແປງໃຫຍ່ກ່ຽວກັບດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ເສດຖະກິດໂລກ, ກອງປະຊຸມ G20 ປີນີ້ ມີແຜນນະໂຍບາຍບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການແກ້ໄຂບັນດາບັນຫາຕ້ານການກໍ່ການຮ້າຍ, ຕ້ານການອາລັກຂາການຄ້າ, ການປ່ຽນແປງຂອງດິນຟ້າອາກາດ, ນະໂຍບາຍຄົນເຂົ້າເມືອງ ແລະ ບັນດາຄຳໝັ້ນສັນຍາຂອງບັນດາປະເທດໃຫຍ່ສຳລັບບັນດາລະບອບຫລາຍຝ່າຍ.
ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1999, ປະຈຸບັນ G20 ລວມມີ 19 ປະເທດສະມາຊິກມີພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນໂລກ ແລະ ສະຫະພາບ ເອີລົບ (EU). ກອງປະຊຸມ G20 ໄດ້ກາຍເປັນເວທີປາໄສຕົ້ນຕໍເພື່ອປຶກສາຫາລືບັນດາຫົວເລື່ອງ ທີ່ຮ້ອນເຮັ່ງໃນທົ່ວໂລກ.
TAG
VOV/VOVworld/ສະຖຽນລະພາບ