ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ): ການປ່ຽນແປງໃຫມ່ນະໂຍບາຍເພື່ອເສີມຂະຫຍາຍແຫລ່ງກຳລັງ
18/01/2024 09:51
(VOVWORLD) -ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)ໄດ້ຮັບການຮັບຮອງເອົາທີ່ວາລະອັດກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVໃນຕອນເຊົ້າວັນທີ 18 ມັງກອນ. ໝາກຜົນນີ້ ມີຄວາມສຳຄັນພິເສດໃນຊີວິດດ້ານການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປົກປັກຮັກສາສິ່ງແວດລ້ອມຂອງຫວຽດນາມ. ເມື່ອກົດໝາຍສະບັບດັ່ງກ່າວໄດ້ຮັບການປະຕິບັດແມ່ນຈະສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນວັນນະ ແລະ ປະຊາຄົມວິສາຫະກິດ. ພ້ອມກັນນັ້ນກໍເປັນການສ້າງຂີດໝາຍເລື່ອງ ສະພາແຫ່ງຊາດຊຸດທີ XV ໄດ້ສຳເລັດຫນຶ່ງໃນບັນດາຫນ້າທີ່ນິຕິບັນຍັດອັນສຳຄັນແຖວຫນ້າຂອງອາຍຸການ.

ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ຮັບການຮັບຮອງເອົາທີ່ວາລະອັດກອງປະຊຸມວິສາມັນເທື່ອທີ 5. ພາບປະກອບ: quochoi.vn ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)ແມ່ນໂຄງການໃຫຍ່ໂດຍໄດ້ຮັບການຮັບຮອງເອົາດ້ວຍ 432/477 ບັດຈາກສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເຂົ້າຮ່ວມກອງປະຊຸມ ແມ່ນກວມເອົາ 87,63% ຍອດຈຳນວນ ສສຊ.
TAG
VOV/VOVworld/ການຮຽບຮຽງ/ການພັດທະນາ/ປະສິດທິພາບ/ກົດໝາຍວ່າດ້ວຍທີ່ດິນ
Related








