ລັກສະນະຍຸກສະໄຫມຂອງແນວຄິດໂຮ່ຈິມີນ ກ່ຽວກັບແຮງງານ ແລະ ຮັບປະກັນຊີວິດສັງຄົມ
29/08/2019 09:38
(VOVWORLD) -ປີນີ້ ຫວຽດນາມ ສະເຫລີມສະຫລອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈິມີນ. ໃນບົດພິໄນກຳ, ເພີ່ນ ໄດ້ເນັ້ນຫນັກຢ່າງແຮງວ່າ ພັກ ຕ້ອງມີແຜນນະໂຍບາຍ, ນະໂຍບາຍ, ແຜນການໃຫ້ດີ ເພື່ອດູແລຊີວິດການເປັນຢູ່ຂອງປະຊາຊົນ. ແນວຄິດນີ້ ເພີ່ນໄດ້ສະແດງໃຫ້ເຫັນນັບແຕ່ຊຸມມື້ທຳອິດເຂົ້າຮ່ວມການປະຕິວັດ ແລະ ແມ່ນພື້ນຖານໃຫ້ແກ່ບັນດານະໂຍບາຍກ່ຽວກັບແຮງງງານ ແລະ ຮັບປະກັນຊີວິດສັງຄົມ ຂອງລັດຖະບານ ຫວຽດນາມ ຜ່ານແຕ່ລະໄລຍະ. ປະຈຸບັນ ແນວຄິດ ໂຮ່ຈິມີນ ກ່ຽວກັບແຮງງງານ ແລະ ຮັບປະກັນຊີວິດສັງຄົມ ສືບຕໍ່ໄດ້ສືບທອດ ແລະ ເສີມຂະຫຍາຍ ຍ້ອນແນວຄິດນັ້ນ ຍັງຄົງມີລັກສະນະຍຸກສະໄຫມຢ່າງເລິກເຊິ່ງ.

ພາບປະກອບ ແນວຄິດໂຮ່ຈິມີນ ກ່ຽວກັບແຮງງງານ ແລະ ຮັບປະກັນຊີວິດສັງຄົມ ແມ່ນມີລັກສະນະວັດທະນະທຳມະນຸດ ແລະ ມະນຸດສະທຳ, ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. ຍາກທີ່ມີລັດຖະບານໃດ ທີ່ມີການເອົາໃຈໃສ່ເຖິງຜົນປະໂຫຍດຂອງພົນລະເມືອງ, ປະຊາຊົນຊາວຜູ້ອອກແຮງງານໂດຍໄວ ແລະ ສະເຫມີຕົ້ນສະຫມີປາຍ ຄືດັ່ງລັດຖະບານ ຂອງປະທານໂຮ່ຈິມີນ.
TAG
VOV/VOVworld/ສິດເສລີ/ທິດທາງ
Related








