VOV WorldVOV World
ນະ​ໂຍ​ບາຍສຳ​ລັບ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ ອາ​ເມ​ລິ​ກາ ພາຍຫຼັງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ 2020
30/10/2020 08:05
(VOVWORLD) -ການເລືອກຕັ້ງ ປະທານາທິບໍດີ ອາເມລິກາ 2020 ໄດ້ກ້າວເຂົ້າສູ່ໄລຍະນັບຖອຍຫຼັງແລ້ວ. ການແຂ່ງຂັນກັນເພື່ອເປັນເຈົ້າຂອງທຳນຽບຂາວ ລະຫວ່າງ ທ່ານ Donald Trump ແລະ ທ່ານ Joe Biden ໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກ. ໂດຍເປັນປະເທດມະຫາອຳນາດທາງດ້ານເສດຖະກິດ ແລະ ການທະຫານ ຢືນອັນດັບໜຶ່ງໃນໂລກ, ເລື່ອງ ລັດຖະບານ ອາເມລິກາ ປ່ຽນແປງການນຳນັ້ນ ແນ່ນອນວ່າ ຈະເຮັດໃຫ້ຫຼາຍເຫດການໃຫຍ່ໃນໂລກມີການຜັນແປ, ໃນນັ້ນ ມີພາກພື້ນ ອາຊີ, ໝາກຜົນຂອງການເລືອກຕັ້ງຄັ້ງນີ້ກໍຈະສົ່ງຜົນກະທົບຕໍ່ລະບົບຕ່ອງໂສ້ຂອງທະວີບນີ້.
ອີກບໍ່ພໍເທົ່າໃດມື້ ກໍຈະຮອດວັນດຳເນີນການເລືອກຕັ້ງປະທານາທິບໍດີ ອາເມລິກາ. ໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ຄັ້ງນີ້ ຈະສົ່ງຜົນກະທົບແນວໃດຕໍ່ການຮ່ວມມື ແລະ ພັດທະນາດ້ານການເມືອງ, ຄວາມໝັ້ນຄົງ ແລະ ເສດຖະກິດລະຫວ່າງ ອາເມລິກາ ແລະ ພາກພື້ນນີ້ໃນອະນາຄົດ ແມ່ນສິ່ງທີ່ບັນດານັກໄຈ້ແຍກ, ນັກຮຽນຮູ້ໃນພາກພື້ນ ແລະ ສາກົນ ມີຄວາມສົນໃຈ.
TAG
VOV/VOVworld/ອາຊີ - ປາຊີຟິກ/ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້/ນະ​ໂຍ​ບາຍ/ເລືອ​ກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ/ອາ​ເມ​ລິ​ກາ