VOV WorldVOV World
ນ້ຳ​ໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ-ລາວ ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ
25/10/2019 08:01
(VOVWORLD) - ປີນີ້, ຫວຽດນາມ ຈະຈັດພິທີສະເຫຼີມສອງຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ (30/10/1949- 30/102019). ການຕັດສິນໃຈສ້າງຕັ້ງກຳລັງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານມາຊ່ວຍການປະຕິວັດລາວ ກ່ອນນີ້ 70 ປີຂອງພັກ ແລະ ປະທານໂຮ່ຈີມິນ ແມ່ນແຜນນະໂຍບາຍຍຸດທະສາດ, ມີຄວາມໝາຍສຳຄັນພິເສດສຳລັບພາລະກິດການຕໍ່ສູ້ປົດປ່ອຍຊາດຂອງສອງຊາດ; ສະແດງໃຫ້ເຫັນນ້ຳໃຈກອມມູນິດສາກົນທີ່ໃສແຈ້ງ ແລະ ແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີມິດຕະພາບຫວຽດນາມ-ລາວ ຢ່າງມີຊີວິດຊີວາ.
ນ້ຳ​ໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ-ລາວ ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ
ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ (ພາບ: TTXVN )    ໂດຍໄດ້ປະຕິບັດຂໍ້ຕົກລົງລະຫວ່າງພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ນັ້ນ, ພາກສ່ວນໜຶ່ງໃນກອງທັບປະຊາຊົນຫວຽດນາມ ໄດ້ຮັບການມອບໝາຍໜ້າທີ່ສາກົນ ໄປຊ່ວຍການປະຕິວັດລາວ ໃນພາລະກິດປົດປ່ອຍຊາດ ແລະ ປົກປັກຮັກສາປະເທດລາວ. ໂດຍໄດ້ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ “ຊ່ວຍປະຊາຊົນປະເທດເພື່ອນມິດ ກໍ່ແມ່ນຊ່ວຍຕົນເອງ” ນັ້ນ, ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຫຼາຍລຸ້ນຄົນ ໄດ້ຮຽງບ່າຮຽງໄຫຼ່ພ້ອມກັບບັນດາກຳລັງຕໍ່ຕ້ານຂອງການປະຕິວັດລາວ.
TAG
VOV/VOVworld/ນ້ຳ​ໃຈ​ມິດ​ຕະ​ພາບ/​ ຫວຽດ​ນາມ-ລາວ/ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ/ການປະຕິວັດລາວ/ສາຍພົວພັນບໍລິສຸດຜຸດຜ່ອງ ແລະ ໃສແຈ້ງ/ທະຫານອາສາສະໝັກຫວຽດນາມ

More