VOV WorldVOV World
ນໍ້າ​ໃຈ​ການ​ປະຕິວັດ​ເດືອນ​ສິງຫາ ​ໃນພາ​ລະ​ກິດ​​ແຫ່ງ​ການປ່ຽນ​ແປງ​ໃໝ່
19/08/2019 08:59
(VOVWORLD) - ວັນທີ 19 ສິງຫາ ນີ້, ຫວຽດນາມ ສະເຫຼີມສະຫຼອງວັນແຫ່ງໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945 ຄົບຮອບ 74 ປີ. ບົດບາດ, ຜົນສະທ້ອນອັນໃຫຍ່ຫຼວງກໍຄືບົດຮຽນທີ່ມີຄວາມໝາຍຂອງການປະຕິວັດດັ່ງກ່າວ ໄດ້ສ້າງຂີດໝາຍໃນຫຼາຍໄລຍະແຫ່ງການພັດທະນາຂອງການປະຕິວັດຫວຽດນາມ, ບໍ່ພຽງແຕ່ໃນພາລະກິດແຫ່ງການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບເທົ່ານັ້ນ ຫາກຍັງໃນໄລຍະຂອງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ ແລະ ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນອີກດ້ວຍ.
ນໍ້າ​ໃຈ​ການ​ປະຕິວັດ​ເດືອນ​ສິງຫາ ​ໃນພາ​ລະ​ກິດ​​ແຫ່ງ​ການປ່ຽນ​ແປງ​ໃໝ່
        ໄຊຊະນະຂອງການປະຕິວັດເດືອນສິງຫາ ໄດ້ເປີດບາດລ້ຽວອັນຍິ່ງໃຫຍ່ຂອງປະຫວັດສາດຫວຽດນາມ. ປະຊາຊົນຫວຽດນາມ ໄດ້ທັບມ້າງແອກປົກຄອງລະບອບຂ້າທາດຂອງຈັກກະພັດຝລັ່ງ, ໂຄ່ນລົ້ນລະບອບຈັກກະພັດສັກດິນາ ທີ່ແກ່ຍາວມາເປັນເວລາກວ່າ 80 ປີ ແລ້ວສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.
TAG
VOV/VOVworld/ພາລະກິດ/ປ່ຽນແປງໃໝ່/ໄຊຊະນະ/ປະຕິວັດ/ສິງຫາ