ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ
20/11/2019 11:02
(VOVWORLD) - ປະຈຸບັນ, ທ່າໄດ້ປຽບໃຫຍ່ຂອງ ຫວຽດນາມ ແມ່ນມີກຳລັງແຮງງານທີ່ຫລວງຫລາຍ ແລະ ໂຄງປະກອບແຮງງານໜຸ່ມ. ຕາມກົມໃຫຍ່ສະຖິຕິແລ້ວ, ປີ 2018, ປະຊາກອນ ຫວຽດນາມ ມີປະມານ 94 ລ້ານຄົນ, ໃນນັ້ນ ກຳລັງແຮງງານທີ່ຢູ່ໃນເກນອາຍຸ 15 ປີຂຶ້ນໄປກວມເອົາປະມານ 55,16 ລ້ານຄົນ.

ແຫຼ່ງຊັບພະຍາກອນມະນຸດແມ່ນປັດໄຈຕັດສິນຕໍ່ຜົນສຳເລັດ ແລະ ຄວາມກ້າວໜ້າຂອງແຕ່ລະປະເທດ, ໃນນັ້ນ ລະດັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ແມ່ນໄມ້ວັດແທກຕົ້ນຕໍໃນການຕີລາຄາລະດັບຄວາມກ້າວໜ້າຂອງສັງຄົມ, ຄວາມຍຸຕິທຳ ແລະ ການພັດທະນາແບບຍືນຍົງ. ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມໃນໄລຍະປີ 2011 – 2020, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຖືກກຳນົດວ່າແມ່ນຂອດບຸກທະລຸຂອງວິວັດການຫັນປ່ຽນຮູບແບບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ; ພື້ນຖານພັດທະນາແບບຍືນຍົງ ແລະ ເພີ່ມທະວີທ່າໄດ້ປຽບຂອງການແກ່ງແຍ້ງໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ (ພາບ: ອິນເຕີແນັດ) ເຖິງວ່າພວມຢູ່ໃນໄລຍະມີປະຊາກອນໃນເກນອາຍຸໜຸ່ມແໜ້ນ ດ້ວຍແຫຼ່ງສະໜອງແຮງງານທີ່ເຫຼືອເຟືອ ແລະ ເປັນປົກກະຕິກໍ່ຕາມ, ແຕ່ວ່າຕໍ່ໜ້າທ່າອ່ຽງການເຊື່ອມໂຍງສາກົນ, ຫວຽດນາມ ກໍ່ພວມປະເຊີນໜ້າກັບສິ່ງທ້າທາຍໃໝ່ຫລາຍຢ່າງ.
TAG
VOV/VOVworld/ແຫຼ່ງຊັບພະຍາກອນມະນຸດ/ວິສາຫະກິດ/ອາຊີບ
Related
More







