VOV WorldVOV World
ຍຸດທະສາດຄວາມໝັ້ນຄົງໃຫມ່ຂອງ ອາເມລິກາ ຢູ່ ອາບການິສະຖານ
31/08/2017 09:44
(VOVWORLD) -ວັນທີ 22 ສິງຫາ ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດຍຸດທະສາດໃຫມ່ຂອງປະເທດນີ້ ຢູ່ ອາບການິສະຖານ. ຍຸດທະສາດການປ້ອງກັນຄວາມໝັ້ນຄົງໃຫມ່ສະບັບທຳອິດກ່ຽວກັບສະຖານທີ່ຮ້ອນເຮັ່ງຢູ່ ອາຊີໃຕ້ ນັບແຕ່ເມື່ອທ່ານ Donald Trump ຂຶ້ນກຳອຳນາດ ສ່ວນຫລາຍແມ່ນສຸມໃສ່ຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ພ້ອມທັງສືບຕໍ່ຫນູນຊ່ວຍ ລັດຖະບານ ອາບການິສະຖານ ແລະ ຊ່ວຍປະຊາຊົນປະເທດນີ້ ເປັນເຈົ້າຂອງອະນາຄົດຂອງຕົນ. ຈຸດປະສົງຂອງຍຸດທະສາດແມ່ນຈະແຈ້ງແລ້ວ ແຕ່ປະສິດທິຜົນຄືແນວໃດຈຶ່ງແມ່ນສິ່ງສຳຄັນ ເມື່ອຕົວຈິງໄດ້ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມເພື່ອແກ້ໄຂສົງຄາມທີ່ແກ່ຍາວໃນເວລາ 16 ປີຜ່ານມາ ຢູ່ ອາບການິສະຖານ ເວົ້າສະເພາະ ແລະ ບັນດາຈຸດໝາຍອື່ນຂອງ ອາເມລິກາ ຢູ່ ພາກພື້ນ ອາຊີໃຕ້ ເວົ້າລວມ ຍັງບໍ່ທັນບັນລຸໝາກຜົນຄືດັ່ງຄວາມມຸ່ງຫວັງ.
 ທ່ານປະທານາທິບໍດີ ອາເມລິກາ Donald Trump ຄຳຖະແຫລງກ່ຽວກັບຍຸດທະສາດຄວາມໝັ້ນຄົງໃຫມ່, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢືນຢັນວ່າ: ທ່ານເອງໄດ້ຄົ້ນຄວ້າກ່່ຽວກັບສະພາບການຢູ່ ອາບການິສະຖານ ຢ່າງລະອຽດ ແລະ ຈາກທຸກແງ່ມູມແລ້ວ. ກຳລັງທະຫານ ອາເມລິກາ ຢູ່ ອາບການິສະຖານ ຈະຍາດໄດ້ໄຊຊະນະ ແລະ ຈະສະກັດກັ້ນເລື່ອງບັນດາມືປືນ ອິດສະລາມ ເຮັດໃຫ້ ອາບການິສະຖານ ແມ່ນ “ແດນສະຫວັນທີ່ມີຄວາມປອດໄພ”, ຈາກນັ້ນເປັນແປ້ນຢັນໃຫ້ບັນດາການບຸກໂຈມຕີເລັ່ງໃສ່ ອາເມລິກາ.
TAG
VOV/VOVworld/ຄວາມວິຕົກວັງວົນ