ຍູ້ແຮງການຜັນຂະຫຍາຍລັດຖະບານເອເລັກໂຕນິກ
21/09/2018 09:23
(VOVWORLD) - ເກືອບ 1 ເດືອນ ພາຍຫຼັງໄດ້ຮັບການສ້າງຕັ້ງ, ວັນທີ 20 ກັນຍາ, ຄະນະກໍາມະການແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກ ພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ບັນດາພາລະໜ້າທີ່ໄດ້ວາງອອກ ເຊິ່ງໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຍູ້ແຮງວິວັດການກໍ່ສ້າງລັດຖະບານເອເລັກໂຕນິກຢູ່ຫວຽດນາມ ເພາະວ່າ ນີ້ແມ່ນທ່າອ່ຽງຈໍາເປັນ ເພື່ອມີພື້ນຖານການບໍລິຫານສາທາລະນະທີ່ມີປະສິດທິຜົນ, ຮັບໃຊ້ປະຊາຊົນໄດ້ດີກວ່າ ກໍຄືປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຂອງຫວຽດນາມ.

ຕາມຕາຕະລາງຈັດອັນດັບ ລັດຖະບານເອເລັກໂຕນິກ ຂອງ ສະຫະປະຊາຊາດປີ 2018 ແລ້ວ, ຫວຽດນາມ ພວມຢືນຢູ່ອັນດັບທີ 88 ໃນຈໍານວນ 193 ປະເທດ, ເຂດແຂວ້ນ ແລະ ຢືນຢູ່ອັນດັບທີ 6 ໃນພາກພື້ນອາຊຽນ. ໂດຍປະຕິບັດຕາມກອບລັດຖະບານເອເລັກໂຕນິກ (ສະບັບ 1.0) ປີ 2015, ມາຮອດປັດຈຸບັນ ໄດ້ມີຫຼາຍກວ່າ 50 ກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍການສຶກສາຄົ້ນຄວ້າ ແລະ ກໍ່ສ້າງລັດຖະບານ ຫຼືອໍານາດການປົກຄອງເອເລັກໂຕນິກ ແລະ ມາຮອດປັດຈຸບັນ ໄດ້ກໍ່ສ້າງ ແລະ ນໍາເຂົ້າໃຊ້ງານ ຖານຂໍ້ມູນແຫ່ງຊາດ ກ່ຽວກັບການຈົດທະບຽນວິສາຫະກິດ ແຕ່ຍັງຄົງມີຂໍ້ຄົງຄ້າງຫຼາຍຢ່າງໃນການກໍ່ສ້າງລັດຖະບານເອເລັກໂຕນິກ.
TAG
VOV/VOVworld/ລັດຖະບານເອເລັກໂຕນິກ/ຖານຂໍ້ມູນ/ດີຈີຕອນ
Related
More







