ໂລກເພີ່ມທະວີຄວາມມານະພະຍາຍາມ ຮັບມືກັບໂລກລະບາດໂຄວິດ-19
04/12/2020 09:14
(VOVWORLD) - ໂລກລະບາດໂຄວິດ-19 ອາດຈະເຮັດໃຫ້ 32 ລ້ານຄົນຢູ່ 47 ປະເທດດ້ອຍພັດທະນາທີ່ສຸດໃນໂລກ ຕົກເຂົ້າສູ່ສະພາບທຸກຍາກທີ່ສຸດ. ພິເສດ, ຖ້າບໍ່ມີບັນດາການກະທຳສາກົນ, ບັນດາເປົ້າໝາຍພັດທະນາທົ່ວໂລກຈະເສຍໂອກາດ.
ວັນທີ 03 – 04 ທັນວາ 2020, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 ໄດ້ດຳເນີນກອງປະຊຸມພິເສດກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ຕາມຮູບການທາງອອນລາຍ. ກອງປະຊຸມມີການເຂົ້າຮ່ວມຂອງການນຳ ແລະ ວົງການນັກວິທະຍາສາດທີ່ມາຈາກກ່ວາ 100 ປະເທດ ແລະ ອົງການຈັດຕັ້ງສາກົນໃຫຍ່, ເຫດການນີ້ຖືວ່າ: ແມ່ນຄວາມມານະພະຍາຍາມທົ່ວໂລກໃໝ່ ແລະ ເປັນໜ້າສົນໃຈທີ່ສຸດ ໃນການຕໍ່ສູ້ຕ້ານໂລກລະບາດທີ່ຮ້າຍແຮງທີ່ສຸດຂອງມວນມະນຸດໃນສະຕະວັດທີ 21. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກ່າວຄຳເຫັນໄຂກອງປະຊຸມ (ພາບ: UN) ບົດລາຍງານທີ່ໄດ້ປະກາດໃນວັນທີ 03 ທັນວາ ຂອງສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ຕີລາຄາວ່າ: ໂລກລະບາດໂຄວິດ-19 ອາດຈະເຮັດໃຫ້ 32 ລ້ານຄົນຢູ່ 47 ປະເທດດ້ອຍພັດທະນາທີ່ສຸດໃນໂລກ ຕົກເຂົ້າສູ່ສະພາບທຸກຍາກທີ່ສຸດ. ພິເສດ, ຖ້າບໍ່ມີບັນດາການກະທຳສາກົນ, ບັນດາເປົ້າໝາຍພັດທະນາທົ່ວໂລກຈະເສຍໂອກາດ.
TAG
VOV/VOVworld/ຄວາມມານະພະຍາຍາມ/ໂລກລະບາດ/ໂຄວິດ-19
Related








