VOV WorldVOV World
ອົງການກຳມະບານດ້ວຍໜ້າທີ່ໃໝ່ ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາ FTA
31/07/2019 08:40
(VOVWORLD) - ປັດຈຸບັນ, ຫວຽດນາມ ໄດ້ ແລະ ພວມແມ່ນປະເທດສະມາຊິກຂອງບັນດາສັນຍາການຄ້າເສລີໃໝ່ (FTA). ບັນຫາແຮງງານແມ່ນໜຶ່ງໃນບັນດາປັດໄຈສ້າງຄຸນນະພາບໃຫ້ບັນດາສັນຍາ FTA ໃໝ່ນີ້.
ອົງການກຳມະບານດ້ວຍໜ້າທີ່ໃໝ່ ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາ FTA
ເພື່ອປະຕິບັດບັນດາເນື້ອໃນກ່ຽວກັບແຮງງານໃນສັນຍາການຄ້າເສລີສະບັບໃໝ່, ນອກຈາກເລື່ອງປັບປຸງກົດໝາຍວ່າດ້ວຍແຮງງານ, ຫວຽດນາມ ກໍ່ພວມມີບັນດາການດັດປັບຈາກອົງການກຳມະບານໃຫ້ເໝາະສົມກັບທ່າອ່ຽງໃນໂລກ.  ອົງການກຳມະບານດ້ວຍໜ້າທີ່ໃໝ່ ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາ FTA (ພາບ: TTXVN)         ເລື່ອງປະຕິບັດຕາມບັນດາເງື່ອນໄຂ, ຄຳໝັ້ນສັນຍາກ່ຽວກັບແຮງງານ ແມ່ນທ່າອ່ຽງບໍ່ອາດຫຼີກລ່ຽງໄດ້ ເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA). ໃນໂລກ, ປີ 1995 ພຽງແຕ່ມີສັນຍາ FTA 3 ສະບັບເທົ່ານັ້ນ ດ້ວຍເນື້ອໃນໃຫ້ຄຳໝັ້ນສັນຍາກ່ຽວກັບແຮງງານ (7,3%); ມາຮອດປີ 2016, ໄດ້ມີ 77 ສະບັບໃນຈຳນວນ 267 FTA ທີ່ໄດ້ລົງນາມຢູ່ 136 ປະເທດ ທີ່ມີເນື້ອໃນກ່ຽວກັບແຮງງານ (28,8%). ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ອັດຕາສ່ວນໃນການໃຫ້ຄຳໝັ້ນສັນຍາກ່ຽວກັບແຮງງານທີ່ມີລັກສະນະເງື່ອນໄຂ ເພື່ອກ້າວໄປເຖິງການລົງນາມ FTA ນັບມື້ນັບເພີ່ມຂຶ້ນເມື່ອທຽບໃສ່ກັບບັນດາຄຳໝັ້ນສັນຍາອື່ນໆ.
TAG
VOV/VOVworld/ອົງການກຳມະບານ/FTA/CPTPP