ປະເທດເຢຍລະມັນ ແລະ ບົດບາດນຳພາອີຢູ
05/06/2020 09:43
(VOVWORLD) -ວັນທີ 1 ມິຖຸນາ, ປະເທດເຢຍລະມັນ ໄດ້ດຳລົງຕຳແໜ່ງເປັນປະທານຜັດປ່ຽນອີຢູ ໃນອາຍຸການທີ່ແກ່ຍາວເປັນເວລາ 6 ເດືອນຢ່າງເປັນທາງການ. ບົດບາດນຳພາ ແລະ ຜົນສະທ້ອນຂອງ ເເບັກລິນ ແມ່ນມີຄວາມຈຳເປັນພິເສດ, ໃນສະພາບການທີ່ສະຫະພາບເອີລົບ (ອີຢູ) ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການຢູ່ພາຍໃນ ແລະ ນອກກຸ່ມ. ແຕ່ເຖິງແນວນັ້ນກໍ່ຕາມ, ສິງທ້າທາຍຫຼາຍປະການທີ່ວາງອອກ ໄດ້ເຮັດໃຫ້ອາຍຸການເປັນປະທານຜັດປ່ຽນອີຢູ ຂອງເຢຍລະມັນ ແມ່ນບໍ່ງ່າຍດາຍ.
ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel (ຂວາ) (ພາບ: AFP/TTXVN) ເພື່ອກະກຽມໃຫ້ແກ່ອາຍຸການເປັນປະທານຂອງຕົນ, ເຢຍລະມັນ ກໍ່ມີເວລາຫຼາຍ ເພື່ອກະກຽມບັນຊີລາຍຊື່ບັນດາການໃຫ້ບຸລິມະສິດໄດ້ຮັບການປຶກສາຫາລືຢ່າງລະອຽດຄື: ການຄວບຄຸມອາຍແກັດເຮືອນແກ້ວ, ການພົວພັນກັບອັງກິດ ໄລຍະ “ຫຼັງ Brexit”, ຂອບງົບປະມານຂອງອີຢູ…. ແຕ່ຍ້ອນໂລກລະບາດໂຄວິດ-19, ບັນດາການໃຫ້ບຸລິມະສິດດັ່ງກ່າວກໍ່ຖືກໂຈະໄວ້, ແທນໃຫ້ນັ້ນແມ່ນໜ້າທີ່ຈຸດສຸມຄື: ຜ່ານຜ່າໂລກລະບາດ, ສ້າງເສດຖະກິດຄືນໃໝ່ ແລະ ປັບປຸງສະຫະພາບເອີລົບ ໃຫ້ມີຄວາມອົງອາດກ້າແກ່ນຕໍ່ວິກິດການໃນອະນາຄົດ.
TAG
VOV/VOVworld/ປະເທດເຢຍລະມັນ/ອີຢູ/ປະທານຜັດປ່ຽນ/Angela Merkel
Related








