ປະຊາຄົມສາກົນ ສະໜັບສະໜູນບັນດາມາດຕະການຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ
11/11/2019 09:34
(VOVWORLD) -ໃນໄລຍະຜ່ານມາ, ບັນດາການກະທຳບໍ່ຖືກຕ້ອງຕາມກົດໝາຍ ແລະ ໄປຝືນກັບ UNCLOS, ນາບຂູ່ເຖິງຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບໃນພາກພື້ນ ຂອງຈີນ ຢູ່ທະເລຕາເວັນອອກ ໄດ້ເຮັດໃຫ້ຫາງສຽງພາຍໃນປະເທດ ແລະ ສາກົນຮີບຮ້ອນ. ໂດຍເປັນປະເທດທີ່ຖືກຜົນສະທ້ອນໂດຍກົງ, ຫວຽດນາມ ຍາມໃດກໍມີຫຼັກໝັ້ນດ້ານນິຕິທຳຢ່າງຈະແຈ້ງ, ຢຶດໝັ້ນແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິິວິທີ ຜ່ານບັນດາຊ່ອງທາງທີ່ແຕກຕ່າງກັນ. ແຜນນະໂຍບາຍດ້ານການເມືອງຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ, ໂດຍຖືວ່າ ທັດສະນະຂອງຫວຽດນາມ ແມ່ນສະແດງໃຫ້ເຫັນເຈດຕະນາດີຂອງປະເທດສະມາຊິກທີ່ມີຄວາມຮັບຜິດຊອບ ຂອງ UNCLOS 1982.

ເລື່ອງຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍຕໍ່ທັດສະນະ ເຊິ່ງສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃນມະຕິໃຫ້ສັດຕະຍາບັນ UNCLOS ລົງວັນທີ 23 ມິຖຸນາ 1994 ວ່າ “ແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕຜືນແຜ່ນດິນ ກໍຄືບັນດາການປະທະກັນອື່ນໆ ທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ ໂດຍຜ່ານການເຈລະຈາສັນຕິວິທີ ບົນເນື້ອໃນຈິດໃຈສະເໝີພາບ, ມີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982”.
TAG
VOV/VOVworld/ທະເລຕາເວັນອອກ/ອາຊຽນ/ປະຊາຄົມສາກົນ/ສະໜັບສະໜູນ
Related
More







