VOV WorldVOV World
ປະຕິຮູບລະບອບລະບຽບການທາງດ້ານເສດຖະກິດ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງ
05/02/2020 08:49
(VOVWORLD) -ລັດຖະບານ ຫວຽດນາມ ເລີ່ມຕົ້ນປີ 2020 ດ້ວຍຄວາມຕັດສິນໃຈຊຸກຍູ້ການປະຕິຮູບລະບອບລະບຽບການບໍລິຫານທີ່ເປັນໜ້າປະທັບໃຈ, ດ້ວຍບັນດາກົນໄກໃໝ່ ຊຸກຍູ້ການສ້າງໃຫ້ສົມບູນແບບ ແລະ ປະຕິບັດກົດໝາຍ. ການກະທຳນີ້ ຈະສົ່ງຜົນກະທົບຢ່າງແຮງຕໍ່ປະສິດທິຜົນຂອງພື້ນຖານເສດຖະກິດ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງ.
ປະຕິຮູບລະບອບລະບຽບການທາງດ້ານເສດຖະກິດ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງ
 (ພາບປະກອບ / chinhphu.vn )         ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມກັນມີບົດກ່າວຄຳເຫັນສຳຄັນທີ່ກອງປະຊຸມຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມ 2020 ຂອງລັດຖະບານໃນທ້າຍເດືອນ ທັນວາ 2019, ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງການນຳຂັ້ນສູງທີ່ມີຕໍ່ການປະຕິບັດບັນດາເປົ້າໝາຍພັດທະນາປີ 2020. ຫລັງຈາກນັ້ນ, ສ້າງຕັ້ງໜ່ວຍປະຕິບັດງານກວດກາກົດໝາຍຂອງລັດຖະບານ, ໜ່ວຍປະຕິບັດງານໄດ້ຊຸກຍູ້ການປະຕິຮູບລະບອບລະບຽບການ ເຊິ່ງໃກ້ຈະໄດ້ເປີດຕົວ ແລ້ວນັ້ນໄດ້ຮັບຖືວ່າ ແມ່ນບັນດາກົນໄກໃໝ່ ເພື່ອຊຸກຍູ້ການສ້າງໃຫ້ສົມບູນແບບ ແລະ ປະຕິບັດກົດໝາຍຢ່າງມີປະສິດທິຜົນກ່ວາ.
TAG
VOV/VOVworld/ປະຕິຮູບ/ລະບອບລະບຽບການ/ເສດຖະກິດ/ປະຖົມປັດໄຈ