ປັບປຸງກົດໝາຍວ່າດ້ວຍການລົງທຶນໃຫ້ເໝາະສົມ ກັບໄລຍະເຊື່ອມໂຍງເຂົ້າກັບສາກົນ
27/05/2020 09:13
(VOVWORLD) - ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ແມ່ນໜຶ່ງໃນບັນດາຮ່າງກົດໝາຍສຳຄັນ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຍູ້ແຮງບັນດາການເຄື່ອນໄຫວລົງທຶນ.

ໃນສະພາບການທີ່ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງຕ້ອງມີວິທີການສຳຜັດໃໝ່ໃນການດຶງດູດການລົງທຶນນັ້ນ, ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ໄດ້ຮັບການປຶກສາຫາລືທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14 ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະສ້າງກຳລັງພັກດັນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດບັນດາຄຳໝັ້ນສັນຍາເຊື່ອມໂຍງ, ປະກອບສ່ວນປັບປຸງ, ຍົກສູງກຳລັງແກ່ງແຍ້ງຂອງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. (ພາບປະກອບ / VGP) ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ແມ່ນມຸ່ງໄປເຖິງການຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການດຶງດູດແຫຼ່ງກຳລັງລົງທຶນຢູ່ພາຍໃນປະເທດ ແລະ ການລົງທຶນຈາກຕ່າງປະເທດ, ສ້າງບັນດາຂໍ້ກຳນົດກ່ຽວກັບຂະແໜງອາຊີບການລົງທຶນ, ດຳເນີນທຸລະກິດທີ່ມີເງື່ອນໄຂໃຫ້ສຳເລັດ, ພ້ອມກັນນັ້ນ ກໍ່ຫລຸດຜ່ອນບາງຂະແໜງອາຊີບທີ່ບໍ່ຈຳເປັນລົງ ເພື່ອແນໃສ່ສືບຕໍ່ຮັບປະກັນການປະຕິບັດສິດເສລີໃນການດຳເນີນທຸລະກິດຂອງປະຊາຊົນ, ວິສາຫະກິດໃນບັນດາຂະແໜງການ, ອາຊີບຢ່າງຄົບຖ້ວນ, ມີຄວາມສະເໝີຕົ້ນສະເໝີປາຍ ເຊິ່ງກົດໝາຍບໍ່ໄດ້ເກືອດຫ້າມ.
TAG
VOV/VOVworld/ປັບປຸງກົດໝາຍ/ການລົງທຶນ/ເຊື່ອມໂຍງສາກົນ/ດຳເນີນທຸລະກິດ
Related
More








