VOV WorldVOV World
ພັດ​ທະ​ນາ ແລະ ຟື້ນ​ຟູ ວັດ​ທະ​ນະ​ທຳ ໃນໄລ​ຍະໃໝ່
30/08/2023 09:04
(VOVWORLD) - ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເນັ້ນໜັກວ່າ ການກຳນົດທິດການພັດທະນາວັດທະນະທຳ ແລະ ປະເທດຊາດ ໄລຍະ 2021 – 2030 ແມ່ນ “ພັດທະນາມະນຸດຢ່າງຮອບດ້ານ ແລະ ສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ມໄປດ້ວຍສີສັນຊາດ, ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ, ກຳລັງໜູນພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດຢ່າງແທດຈິງ”. ເພື່ອປະຕິບັດ ແຜນນະໂຍບາຍນີ້, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ພວມຮີບເຮັ່ງປະຕິບັດການສ້າງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຟື້ນຟູ, ພັດທະນາວັດທະນະທຳ, ສ້າງຊາວຫວຽດນາມໄລຍະ 2025 – 2030, ວິໄສທັດຮອດປີ 2045 ໃຫ້ສຳເລັດຜົນ, ເພື່ອນຳບັນດາມະຕິ, ການກຳນົດທິດພັດທະນາວັດທະນະທຳ, ສ້າງຊາວຫວຽດໜາມເຂົ້າຊີວິດຕົວຈິງ.
ພັດ​ທະ​ນາ ແລະ ຟື້ນ​ຟູ ວັດ​ທະ​ນະ​ທຳ ໃນໄລ​ຍະໃໝ່
ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫງວຽນວັນຮຸ່ງ (ພາບ: Vietnam+)
TAG
VOV/VOVworld/ວັດ​ທະ​ນະ​ທຳ/ຫວຽດ​ນາມ