ປີ 2018-ປີບານພັບເພື່ອໃຫ້ຫວຽດນາມສ້າງປະເທດເລີ່ມທຸລະກິດ
20/02/2018 10:15
(VOVWORLD) -ລັດຖະບານຫວຽດນາມໄດ້ເລືອກເອົາປີ 2016 ແມ່ນ “ປີເລີ່ມທຸລະກິດແຫ່ງຊາດ”
ໃນ 2 ປີ ທີ່ຜ່ານມາ, ລັດຖະບານກໍຄືທ້ອງຖິ່ນຕ່າງໆໄດ້ມານະພະຍາຍາມຢ່າງສຸດຂີດເພື່ອສ້າງສະພາບແວດລ້ອມເລີ່ມທຸລະກິດໃຫ້ແກ່ທຸກພາກສ່ວນເສດຖະກິດ ແລະ ປະຊາຊົນທຸກຊັ້ນຄົນ, ສ້າງຄວາມເຊື່ອໝັ້ນກວ່າຕໍ່ຕະຫຼາດ, ສ້າງກຳລັງໜູນແກ່ການເລີ່ມທຸລະກິດ, ສົ່ງເສີມການປະດິດຄິດສ້າງ. ປີ 2018 ແມ່ນໄດ້ຮັບຖືວ່າ ແມ່ນປີບານພັບເພື່ອໃຫ້ຫວຽດນາມເພີ່ມຄວາມໄວໃນການເຄື່ອນໄຫວດຳເນີນທຸລະກິດໃນຊຸມປີທີ່ຈະມາເຖິງ. ພາບປະກອບ ນັບແຕ່ຫົວທີ, ລັດຖະບານຫວຽດນາມໄດ້ນຳໜ້າດ້ວຍຄຳໝັັ້ນສັນຍາຢ່າງແຂງແຮງຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກທີ່ວ່າ : ຕັດສິນໃຈສ້າງລັດຖະບານສັດຊື່ບໍລິສຸດ, ສ້າງສັນ, ກະທຳ ແລະ ຮັບໃຊ້. ຄຳໝັັ້ນສັນຍາເຫຼົ່ານັ້ນ, ກໍແມ່ນໜ້າທີ່ຕ້ອງປະຕິບັດແບບບັງຄັບຂອງທຸກໆອົງການປົກຄອງຈາກສູນກາງລົງຮອດທ້ອງຖິ່ນ ແລະ ປະຊາຊົນ, ເປັນຕົ້ນແມ່ນໃນສະພາບການທີ່ປະເທດຊາດເຊື່ອມໂຍງເຂົ້າກັບເສດຖະກິດສາກົນນັບມື້ນັບກ້ວາງເລິກ.
TAG
VOV/VOVworld/ເລີ່ມທຸລະກິດ
Related








