VOV WorldVOV World
ປີ 2018: ປີຂອງການພົວພັນການຕ່າງປະເທດພິເສດ
21/02/2018 02:52
(VOVWORLD) - ປີ 2018, ຫວຽດນາມ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບບັນດາຄູ່ຮ່ວມມືຄື: ຝະຣັ່ງ, ອັງກິດ, ຍີ່ປຸ່ນ, ອົດສະຕາລີ, ແຟງລັງ…
  ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Lianys Torres Rivera ປີ 2018, ການທູດ ຫວຽດນາມ ພັດມີຊີວິດຊີວາ ດ້ວຍບັນດາການເຄື່ອນໄຫວສະເຫຼີມສະຫຼອງການພົວພັນກັບປະເທດຕ່າງໆ, ໃນນັ້ນ ມີບັນດາການພົວພັນກັບປະເທດເພື່ອນມິດທີ່ເປັນມູນເຊື້ອ, ບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຍຸດທະສາດຮອບດ້ານ. ຂໍ້ຕົກລົງຮ່ວມມືໃໝ່ຫລາຍສະບັບ ຈະໄດ້ຮັບການລົງນາມ ໄປຄຽງຄູ່ກັບເລື່ອງຊຸກຍູ້ບັນດາໝາກຜົນທີ່ບັນລຸໄດ້. ນີ້ແມ່ນໂອກາດເພື່ອເພີ່ມທະວີ, ຮັດແໜ້ນ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືເລິກເຊິ່ງກ່ວາ, ເປັນຫລາຍຮູບຫລາຍແບບກ່ວາອີກ, ສະແດງໃຫ້ເຫັນວ່າ ຫວຽດນາມ ສືບຕໍ່ແມ່ນຈຸດພົ້ນເດັ່ນກ່ຽວກັບສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສາມາດບົ່ມຊ້ອນໃນການພັດທະນາ.         ປີ 2018, ຫວຽດນາມ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບບັນດາຄູ່ຮ່ວມມືຄື: ຝະຣັ່ງ, ອັງກິດ, ຍີ່ປຸ່ນ, ອົດສະຕາລີ, ແຟງລັງ…ແລະ ກໍ່ໃນປີນີ້ ຫວຽດນາມ ສະເຫຼີມສະຫຼອງ 45 ປີແຫ່ງການຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ ຄັ້ງປະຫວັດສາດຂອງຜູ້ນຳ ກູບາ Fidel Castro (1973).
TAG
VOV/VOVworld/ຝະ​ຣັ່ງ/ອັງ​ກິດ/ຍີ່​ປຸ່ນ/ອົດ​ສະ​ຕາ​ລີ/​ແຟງ​ລັງ