VOV WorldVOV World
​ປີ 2020: ໜ້າ​ທີ່​ຄ​ວາມ​ຮັບ​ຜິດ​ຊອບ​ ແລະ ຄວາມ​ສຸ​​ມຈິດ​ສຸມ​ໃຈ​ຂອງ​ຫວຽດ​ນາມ ສຳ​ລັບ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ໂລກ
15/04/2019 07:25
(VOVWORLD) - ປີ 2020, ຫວຽດນາມ ຈະຮັບດຳລົງຕຳແໜ່ງເປັນປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ອາດຈະກາຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ, ສປຊ ອາຍຸການ 2020 – 2021 ຖ້າຫາກໄດ້ຮັບການເລືອກຕັ້ງໃນເດືອນ ມິຖຸນາ ຈະມາເຖິງນີ້. ເລື່ອງຮັບດຳລົງຕຳແໜ່ງໃນ 2 ບົດບາດໜ້າທີ່ນີ້ ອາດຈະຊ່ວຍໃຫ້ ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ມີໂອກາດ ຊຸກຍູ້ຄວາມສົນໃຈລວມຂອງພາກພື້ນໃນໂຄງການດຳເນີນງານຂອງ ສປຊ, ຊຸກຍູ້ເປົ້າໝາຍລວມຂອງສອງອົງການດັ່ງກ່າວຕາມທິດ: ມຸ່ງໄປສູ່ສັນຕິພາບ ແລະ ພັດທະນາໃນທົ່ວໂລກແບບຍືນຍົງ.
​ປີ 2020: ໜ້າ​ທີ່​ຄ​ວາມ​ຮັບ​ຜິດ​ຊອບ​ ແລະ ຄວາມ​ສຸ​​ມຈິດ​ສຸມ​ໃຈ​ຂອງ​ຫວຽດ​ນາມ ສຳ​ລັບ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ໂລກ
ຄວາມຈິງແລ້ວ, ຫວຽດນາມ ເຄີຍໄດ້ຮັບດຳລົງຕຳແໜ່ງເປັນ ປະທານອາຊຽນ ເມື່ອປີ 2010 ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ, ສປຊ ອາຍຸການ 2008 – 2009. ໃນໄລຍະປະຕິບັດສອງບົດບາດໜ້າທີ່ດັ່ງກ່າວ, ຫວຽດນາມ ລ້ວນແຕ່ສ້າງຂີດໝາຍທີ່ຕັ້ງໜ້າ. ໃນໄລຍະ 10 ປີ ຜ່ານມາ, ຫວຽດນາມ ກໍເພີ່ມທະວີການເຂົ້າຮ່ວມບັນດາວຽກງານລວມຂອງສາກົນ ແລະ ມີທີ່ຕັ້ງບົດບາດສູງກວ່າ.
TAG
VOV/VOVworld/ປະທານອາຊຽນ/ກໍາມະການບໍ່ປະຈໍາການ/ສະພາຄວາມໝັ້ນຄົງ/ສະຫະປະຊາຊາດ

More