ປີປະທານ ອາຊຽນ ດ້ວຍຈຸດປະສົງຜູກຮັດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ
11/12/2019 08:54
(VOVWORLD) - ຫວຽດນາມ ຈະຮັບບົດບາດເປັນປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ນັບແຕ່ວັນທີ 01 ມັງກອນ 2020 ຢ່າງເປັນທາງການ. ດ້ວຍຈຸດປະສົງ “ຜູກຮັດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ”, ຫວຽດນາມ ໄດ້ກຽມພ້ອມ ເພື່ອຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນຄັ້ງທີ 2 ຮັບບົດບາດເປັນປະທານ ອາຊຽນ, ຮັກສາຄວາມສາມັກຄີ, ບົດບາດເປັນໃຈກາງຂອງ ອາຊຽນ ໃນຊີວິດການເມືອງທົ່ວໂລກ.

ປີ 2020 ເປັນຂີດໝາຍ 5 ປີແຫ່ງວັນສ້າງຕັ້ງປະຊາຄົມ ອາຊຽນ. ບົນພື້ນຖານຂອງການພັດທະນາຢ່າງໜັກແໜ້ນກ່ວາ 50 ປີຜ່ານມາ, ບັນດາປະເທດສະມາຊິກ, ເຖິງວ່າມີຄວາມເປັນຫລາຍຮູບຫລາຍແບບທາງດ້ານເສດຖະກິດ, ປະຫວັດສາດ, ວັດທະນະທຳກໍ່ຕາມ, ແຕ່ກໍ່ພວມສືບຕໍ່ສະໜິດຕິດພັນກັນຢ່າງແໜ້ນແຟ້ນ ຍ້ອນມີບັນດາຄຸນຄ່າ, ນ້ຳໃຈປະຊາຄົມ ແລະ ຄວາມຮັບຜິດຊອບ, ຜົນປະໂຫຍດພາຍໃຕ້ຊາຍຄາລວມ. ຕໍ່ໜ້າການຜັນແປຢ່າງວ່ອງໄວ, ສັບສົນຂອງສະພາບແວດລ້ອມພາກພື້ນ ແລະ ສາກົນ, ຄວາມສາມາດສະໜິດຕິດພັນແບບຍືນຍົງ, ຍິ່ງກ່ວາເວລາໃດໝົດ, ຍິ່ງມີຄວາມໝາຍສຳຄັນສຳລັບ ອາຊຽນ. ໃນສະພາບການນັ້ນ, ເມື່ອຈະຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ປີ 2020, ຫວຽດນາມ ມຸ່ງໄປເຖິງຈຸດປະສົງ “ສະໜິດຕິດພັນ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ” ແນໃສ່ຮັກສາຜົນປະໂຫຍດລວມທັງກ່ຽວກັບຍຸດທະສາດ ແລະ ເສດຖະກິດລະຫວ່າງບັນດາປະເທດສະມາຊິກ ກໍ່ຄືການຮັກສາ ແລະ ແຜ່ຂະຫຍາຍຈິດໃຈ ແລະ ສີສັນປະຊາຄົມໃນປະຊາຊົນ ອາຊຽນ ທຸກຊັ້ນວັນນະ. ທ່ານ ຫງວນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ
TAG
VOV/VOVworld/ປະທານ/ອາຊຽນ/ຜູກຮັດ/ເຈົ້າການ/ປັບຕົວໃຫ້ແທດເໝາະ
Related
More








