ສາມັກຄີ ແລະ ຮ່ວມມື: ລູກກຸນແຈເພື່ອແກ້ໄຂວິກິດການທົ່ວໂລກ
24/04/2020 07:35
(VOVWORLD) -ຕາມວົງການນັກໄຈ້ແຍກແລ້ວ, ການຜັນແປທີ່ບໍ່ສາມາດຄາດຄະເນໄດ້ ຂອງໂລກລະບາດໂຄວິດ-19 ພ້ອມກັບສະພາບການພົວພັນສາກົນທີ່ສັບສົນ ໄດ້ເຮັດໃຫ້ບັນດາມາດຕະການຮັບມືຝ່າຍດຽວຂອງປະເທດຕ່າງໆ ພຽງແຕ່ເສີມຂະຫຍາຍປະສິດທິຜົນທີ່ຈຳກັດເທົ່ານັ້ນ. ຍິ່ງກ່ວາເວລາໃດໝົດ, ປະຈຸບັນ, ໂລກຕ້ອງມີຄວາມສາມັກຄີ ແລະ ຮ່ວມມືກັນຢ່າງແທ້ຈິງເພື່ອຜ່ານຜ່າຄວາມຫຍຸ້ງຍາກ.

( ພາບປະກອບ: dangcongsan.vn ) ຕາມຄຳກ່າວເຕືອນຂອງທະນາຄານໂລກ (WB) ແລ້ວ, ກອງທຶນເງິນຕາສາກົນ (IMF) ພ້ອມກັບບັນດາອົງການການເງິນສາກົນອື່ນໆ, ໂລກພວມຕ້ອງປະເຊີນໜ້າກັບວິກິດການເສດຖະກິດ ແລະ ການເງິນທີ່ຮ້າຍແຮງ, ຊ້ຳບໍ່ໜຳແມ່ນຊົ່ວຮ້າຍກ່ວາວິກິດການການເງິນທົ່ວໂລກ 2008-2009. ພ້ອມກັນນັ້ນ, ຄວາມສ່ຽງທີ່ຈະເກີດວິກິດການທັນຍາຫານທົ່ວໂລກ ກໍ່ໄດ້ກ່າວເຕືອນຢ່າງລຽນຕິດ. ວັນທີ 20 ເມສາ ທີ່ຜ່ານມາ, ກອງທຶນພັດທະນາກະສິກຳສາກົນຂອງ (IFAD) ສປຊ ໄດ້ ຮຽກຮ້ອງໃຫ້ປະຊາຄົມໂລກ ຈົ່ງມີການກະທຳເພື່ອຫລີກລ້ຽງວິກິດການທັນຍາຫານທີ່ຈະເກີດຂຶ້ນຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 . ໃນຂະນະນັ້ນ, ສິ່ງທີ່ໜ້າວິຕົກກັງວົນກ່ວາ ນັ້ນແມ່ນໂລກລະບາດຍັງຄົງມີການຜັນແປທີ່ສັບສົນທີ່ສຸດ ແລະ ໂລກຕ້ອງມີການຮ່ວມມື, ສາມັກຄີກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ.
TAG
VOV/VOVworld/ສາມັກຄີ/ຮ່ວມມື/ວິກິດການທົ່ວໂລກ/ການກະທຳແຕ່ ຝ່າຍດຽວ/ຜູ້ຊ່ຽວຊານ/ນັກຄົ້ນຄ້ວາສາກົນ
Related








