ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ສເຊັກໂກ
16/04/2019 09:51
(VOVWORLD) - ສິ້ນສຸດການຢ້ຽມຢາມ ຮູມານີ, ວັນທີ 16 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ສເຊັກໂກ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາມາດຕະການ ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ, ພິເສດ ແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາບຳລຸງສ້າງ, ການສົ່ງຄົນງານໄປເຮັດວຽກຢູ່ ສເຊັກໂກ ພ້ອມທັງແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຍາດແຍ່ງການສະຫນັບສະຫນູນຂອງ ເຊັກໂກ ໃນການພົວພັນກັບສະຫະພາບເອີລົບ (EU) ເປັນຕົ້ນໃນການຊຸກຍູ້ເລື່ອງລົງນາມໃນສັນຍາການຄ້າເສລີ ຫວຽດນາມ - EU (EVFTA).

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນວັນທີ 2 ກຸມພາປີ 1950, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ສເຊັກໂກ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳ, ປະຊາຊົນສອງປະເທດຜ່ານຫລາຍລຸ້ນຄົນ. ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ ພາກພື້ນເອີລົບກາງ ແລະ ເອີລົບຕາເວັນອອກ, ໃນນັ້ນເຊັກໂກແມ່ນຫນຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ. ສ ເຊັກໂກ ຍາມໃດກໍ່ເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາການພົວພັນຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ.
TAG
VOV/VOVworld/ການພົວພັນຮ່ວມມືດ້ານເສດຖະກິດ
Related
More








.jpg)