ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບມາ ຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ບ້ານເກີດເມືອງນອນ
22/01/2014 10:06
ໃນຊຸມມື້ນີ້, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດຂອງຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດ (ໝາຍເຖິງບຸນເຕັດ) ໃຫ້ຊາວ ຫວຽດນາມອາໄສຢູ່ຕ່າງປະເທດ

ໃນຊຸມມື້ນີ້, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດຂອງຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດ (ໝາຍເຖິງບຸນເຕັດ) ໃຫ້ຊາວ ຫວຽດນາມອາໄສຢູ່ຕ່າງປະເທດ. ນີ້ແມ່ນການເຄື່ອນໄຫວປະຈຳປີຕາມປະເພນີຂອງຫວຽດນາມ, ແມ່ນໜ້າທີການເມືອງທີ່ສຳຄັນເພື່ອໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດເຫັນໄດ້ເຖິງນ້ຳໃຈຂອງພໍ່ແມ່ປະຊາຊົນຢູ່ພາຍໃນປະເທດ, ທັງເປັນ ການປັບປຸງ ຄວາມເຊື່ອໝັ້ນຂອງຊາວ ຫວຽດນາມອາໄສຢູ່ຕ່າງປະເທດທີ່ມີຕໍ່ ອະນາຄົດແຫ່ງການພັດທະນາຂອງປະເທດຊາດ. ລາຍການສິລະປະ “ລະດູບານໃໝ່ວຽນມາ ສູ່ບ້ານເກີດເມືອງນອນ”ປີ2013 (ພາບ: dangcongsan) ການເບິ່ງແຍງວຽກງານໃນໂອກາດບຸນເຕັດໃຫ້ແກ່ ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບມາຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ບ້ານເກີດເມືອງນອນ ແມ່ນບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດເທົ່ານັ້ນ, ຫາກຍັງແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງພັກ, ລັດ, ພໍ່ແມ່ປະຊາຊົນຢູ່ພາຍໃນປະເທດທີ່ມີຕໍ່ຊາວຫວຽດນາມອາໄສຢູ່ຕ່າງປະເທດອີກດ້ວຍ.
TAG
vov/vovworld/ລາຍການລະດູບານໃໝ່ວຽນມາສູ່ບ້ານເກີດເມືອງນອນ
Related








