ສະພາແຫ່ງຊາດຈັດກອງປະຊຸມທາງອອນລາຍ: ມີໄຫວພິບ, ທັນສະໄໝ, ສ້າງພື້ນຖານແກ່ການປ່ຽນແປງໃໝ່
25/05/2020 09:05
(VOVWORLD) - ວັນທີ 25 ພຶດສະພາ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ກ້າວເຂົ້າສູ່ໃນການເຮັດວຽກອາທິດທີ 2. ຮູບແບບປະຊຸມທາງອອນລາຍ ສືບຕໍ່ໄດ້ດໍາເນີນໃນອາທິດນີ້. ນີ້ແມ່ນຄັ້ງທໍາອິດໃນຮອບໄລຍະເວລາກວ່າ 70 ປີຜ່ານມາ, ສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍເປັນເວລາຫຼາຍວັນຢ່າງລຽນຕິດ. ຮູບແບບນີ້ ບໍ່ພຽງແຕ່ແມ່ນການປັບຕົວໃຫ້ແທດເໝາະເຂົ້າກັບສະພາບການເກີດໂລກລະບາດໂຄວິດ - 19 ເທົ່ານັ້ນ ຫາກຍັງສ້າງພ້ືນຖານໃຫ້ແກ່ບາດກ້າວແຫ່ງການປ່ຽນແປງໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດໃນສັງກາດ 4.0 ອີກດ້ວຍ.

ຮູບແບບປະຊຸມທາງອອນລາຍ ໂດຍສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນໃນການເຮັດວຽກຂອງຕະຫຼອດ 2 ອາທິດທໍາອິດຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ແຕ່ວັນທີ 20 – 29 ພຶດສະພາ). ສັນຍານຈາກຫໍສະພາແຫ່ງຊາດໄດ້ເຊື່ອມຕໍ່ກັບຄະນະສະມາຊິກສະພາແຫ່ງຊາດຂອງ 63 ແຂວງ, ນະຄອນ ຂຶ້ນກັບສູນກາງ. ນີ້ແມ່ນຄັ້ງທໍາອິດໃນປະຫວັດສາດ ເຊິ່ງ ສະພາແຫ່ງຊາດໄດ້ດໍາເນີນກອງປະຊຸມທາງອອນລາຍ ແລະ ສະພາແຫ່ງຊາດຫວຽດນາມ ກໍແມ່ນໜຶ່ງໃນບັນດາສະພາແຫ່ງຊາດທໍາອິດໃນໂລກທີ່ໝູນໃຊ້ຮູບແບບດັ່ງກ່າວ.
TAG
VOV/VOVworld/ສະພາແຫ່ງຊາດ/ເຕັກໂນໂລຢີ 4.0
Related
More








