ສະພາບຂາດສະຖຽນລະພາບຢູ່ Bosnia-Herzegovina - ໝາກຜົນຖືກກ່າວ ເຕືອນລວງໜ້າ
11/02/2014 12:20
ເປັນຄັ້ງທຳອິດພາຍຫຼັງ 20 ປີທີ່ໄດ້ແຍກອອກຈາກ ຢູໂກສະລາວີເກົ່າ, ຢຸດຕິສົງຄາມເຜົ່າພັນໄລຍະ 1992-1995, Bosnia-Herzegovina ພັດໄດ້ດຶງດູດຄວາມສົນໃຈຈາກປະຊາຄົມໂລກ
ເປັນຄັ້ງທຳອິດພາຍຫຼັງ 20 ປີທີ່ໄດ້ແຍກອອກຈາກ ຢູໂກສະລາວີເກົ່າ, ຢຸດຕິສົງຄາມເຜົ່າພັນໄລຍະ 1992-1995, Bosnia-Herzegovina ພັດໄດ້ດຶງດູດຄວາມສົນໃຈຈາກປະຊາຄົມໂລກ ຂະນະທີ່ປະເທດນີ້ໄດ້ຕົກເຂົ້າສູ່ສະພາບຂາດສະຖຽນລະພາບຢ່າງຮ້າຍແຮງໃນຊຸມມື້ທີ່ຜ່ານມາ. ບັນດາການແຫ່ຂະບວນປະທ້ວງຄັດຄ້ານລັດຖະບານໄດ້ກາຍເປັນການຈະລາຈົນຊຶ່ງຖືກດຳເນີນດ້ວຍຂອບຂະໜາດໃຫຍ່ຊຶ່ງບໍ່ເຄີຍມີມາກ່ອນ, ອັນໄດ້ເຮັດໃຫ້ Bosnia-Herzegovina ກາຍເປັນຈຸດຮ້ອນຂອງການປະທະກັນຄັ້ງໃໝ່ຢູ່ເອີລົບ. ແຕ່ນີ້ແມ່ນຜົນທີ່ໄດ້ກ່າວ ເຕືອນລວງໜ້າ ພາຍຫຼັງທຸກສິ່ງທຸກຢ່າງໄດ້ເກີດຂຶ້ນຢູ່ປະເທດນີ້ໃນຕະຫຼອດໄລຍະທີ່ຜ່ານມາ. ການແຫ່ຂະບວນປະທ້ວງທີ່ດຳເນີນຢູ່ນະຄອນ Tuzla ບັນດາການແຫ່ຂະບວນປະທ້ວງໄດ້ເລີ່ມດຳເນີນຢູ່ນະຄອນ Tuzla, ສູນກາງອຸດສາຫະກຳທາງທິດຕາເວັນອອກສ່ຽງເໜືອເມື່ອວັນທີ 5/2 ໄດ້ກາຍເປັນການຈະລາ ຈົນເຮັດໃຫ້ຂາດສະຖຽນລະພາບຢ່າງຮຸນແຮງຂະນະທີ່ມັນໄດ້ແຜ່ລາມອອກສູ່ນະຄອນຫຼວງ Sarajevo ແລະ ກ່ວາ 20 ນະຄອນອື່ນໆ. ຊາວ Bosnia-Herzegovina ນັບຮ້ອຍຄົນໄດ້ຮັບບາດເຈັບໃນບັນດາການປະກັນກັບຕຳຫຼວດ. ຕຶກອາຄານສະພາປະທານາທິບໍດີ ແລະ ອົງການສຳນັກງານອຳນາດການປົກຄອງຈຳນວນໜຶ່ງຖືດຈູດເຜົາທຳລາຍ. ເຈົ້າຄອງນະຄອນ Tuzla, Zenica ແລະ Sarajevo ຕ້ອງລາອອກຈາກຕຳແໜ່ງ.
TAG
vov/vovworld/ແຫ່ຂະບວນປະທ້ວງ/ຂາດສະຖຽນລະພາບ
Related








