ສັນຍານເກີດຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ອີຢູ
18/07/2019 11:05
(VOVWORLD) - ພາຍຫລັງ ອາທິດຫນຶ່ງ ທີ່ສະພາສູງ ຝລັ່ງ ຮັບຮອງເອົາຮ່າງກົດໝາຍຈັດວາງອັດຕາພາສີດີຈີຕອນສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່, ໃນນັ້ນ ມີປະເທດອາເມລິກາ. ວັນທີ 17 ກໍລະກົດ, ວົງການການເມືອງ ແອດສະປາຍ ໃຫ້ຮູ້ວ່າ: ປະເທດນີ້ ຈະຊຸກຍູ້ຮ່າງກົດໝາຍຈັດວາງອັດຕາພາສີ ສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່ໂດຍໄວ ພາຍຫລັງ ລັດຖະບານໃຫມ່ເຂົ້າສາບານຕົວຮັບດຳລົງຕຳແຫນ່ງ. ການກະທຳນີ້ ແນ່ນອນວ່າ ຈະເຮັດໃຫ້ຫລາຍປະເທດ ເອີລົບ ມີຄຳຕັດສິນຄ້າຍຄືກັນ ແຕ່ພ້ອມກັນນັ້ນກໍ່ເຮັດໃຫ້ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ເອີລົບ ມີສັນຍານເກີດຄວາມເຄັ່ງຕຶງ.

ເມື່ອ ເຕື້ອງເຖິງເຫດການດັ່ງກ່າວ, ທ່ານ Nadia Calvino ຜູ້ຮັກສາການລັດຖະມົນຕີກະຊວງເສດຖະກິດ ແອດສະປາຍ ໄດ້ຢືນຢັນວ່າ: ມາດຕະການນີ້ ເພື່ອແນໃສ່ຊອກຫາມາດຕະການທົ່ວໂລກໃຫມ່ ເພາະວ່າ ນີ້ແມ່ນບັນຫາທົ່ວໂລກ ແລະ ຕ້ອງມີການກະທຳເພື່ອຫລຸດຜ່ອນຜົນກະທົບຕໍ່ພື້ນຖານເສດຖະກິດຂອງປະເທດນີ້. ກ່ອນຫນ້ານັ້ນ ເມື່ອເດືອນມັງກອນຜ່ານມາ, ລັດຖະບານ ຂອງທ່ານນາຍົກລັດຖະມົນຕີ Pedro Sanchez ໄດ້ສະເຫນີຮ່າງກົດໝາຍສະບັບຫນຶ່ງ, ຕາມນັ້ນແລ້ວ ຈະຈັດວາງອັດຕາພາສີ 3% ສຳລັບຍອດລາຍຮັບຂອງບໍລິສັດເຕັກໂນໂລຊີໃຫຍ່ຄື: Google ແລະ Facebook ຊື່ງແມ່ນບໍລິສັດສະຫນອງບໍລິການດີຈີຕອນຢູ່ ແອດສະປາຍ. ເຖິງຢ່າງໃດກໍ່ຕາມ, ທ່ານ Sanchez ບໍ່ສາມາດຊຸກຍູ້ການຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວໄດ້ ພາຍຫລັງສະພາແຫ່ງຊາດ ແອດສະປາຍ ປະຕິເສດຮ່າງງົບປະມານປີ 2019 ຂອງທ່ານ ໃນເດືອນ ກຸມພາ ເຊິ່ງໄດ້ບັງຄັບໃຫ້ການນຳຜູ້ນີ້ຕ້ອງຮຽກຮ້ອງການເລືອກຕັ້ງໂດຍໄວ.
TAG
VOV/VOVworld/ຄວາມເຄັ່ງຕຶງດ້ານການຄ້າ/ອັດຕາພາສີ
Related








