VOV WorldVOV World
ສັນຍານຕັ້ງໜ້າໃນການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ
11/07/2017 06:23
(VOVWORLD) - ວັນທີ 07 ກໍລະກົດ ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີການພົບປະເຈລະຈາ ຢູ່ນອກກອງປະຊຸມສຸດຍອດ G20 ຈັດຕັ້ງຢູ່ນະຄອນ Hamburg ປະເທດ ເຢຍລະມັນ
  ການພົບປະເຈລະຈາຄັ້ງທຳອິດລະຫວ່າງການນຳ ລັດເຊຍ - ອາເມລິກາ 2 ທ່ານຢ່າງເປັນທາງການ, ພາຍຫລັງການພົບປະເມື່ອເດືອນ ກັນຍາ 2015 ຂອງອະດີດປະທານາທິບໍດີ ອາເມລິກາ Barack Obama ແລະ ປະທານາທິບໍດີ ລັດເຊຍ Vladimir Putin, ໄດ້ເປັນຂີດໝາຍບັນດາການປ່ຽນແປງຕາມທິດອົບອຸ່ນກ່ວາ ໃນການພົວພັນ, ທີ່ເຄີຍມີຄວາມເຄັ່ງຕຶງລະຫວ່າງ 2 ປະເທດ. ບົດຂຽນຂອງບັນນາທິການ ທູຮວາ ທີ່ພາດຫົວຂໍ້ວ່າ “ສັນຍານຕັ້ງໜ້າໃນການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ”.  ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Pitin          ການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Pitin ໄດ້ແກ່ຍາວເປັນເວລາກ່ວາ 2 ຊົ່ວໂມງ, ແມ່ນຫລາຍກ່ວາຕົວເລກ ເຊິ່ງສື່ມວນຊົນສາກົນຄາດຄະເນໄວ້ກ່ອນແມ່ນ 30 – 40 ນາທີ. ໃນການພົບປະທີ່ດຶງດູດຄວາມສົນໃຈທົ່ວໂລກນີ້, 2 ຝ່າຍໄດ້ແລກປ່ຽນທັງບັນຫາສັບສົນໃນການພົວພັນ 2 ຝ່າຍ ແລະ ບັນດາບັນຫາສຳຄັນອື່ນໆອີກຄື: ຢູແກຼນ, ຊີຣີ, ລັດທິກໍ່ການຮ້າຍ ຫຼື ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ.        
TAG
VOV/VOVworld/ລັດ​ເຊຍ/ອາ​ເມ​ລິ​ກາ