VOV WorldVOV World
ສົ່ງນັກໂທດ IS ກັບຄືນປະເທດ ແມ່ນບັນຫາບໍ່ງ່າຍດາຍແຕ່ຢ່າງໃດ
15/11/2019 09:26
(VOVWORLD) - ວັນທີ 14 ພະຈິກ, ຕວັກກີ ສືບຕໍ່ດຳເນີນການສົ່ງນັກໂທດ IS ທີ່ຖືກກັກຕົວຢູ່ທາງທິດຕາເວັນອອກສ່ຽງເໜືອ ຊີຣີ ກັບຄືນປະເທດ. ນີ້ແມ່ນການສົ່ງນັກໂທດ IS ກັບຄືນປະເທດຄັ້ງທີ 2 ຂອງ ຕວັກກີ ໃນ 3 ວັນຜ່ານມາ.
ສົ່ງນັກໂທດ IS ກັບຄືນປະເທດ ແມ່ນບັນຫາບໍ່ງ່າຍດາຍແຕ່ຢ່າງໃດ
 ນັກໂທດຫລາຍຄົນໃນຈຳນວນບັນດາມືປືນແມ່ນຊາວ ເອີຣົບ. ເລື່ອງ ຕວັກກີ ຕັດສິນໃຈສົ່ງບັນດານັກໂທດ IS ກັບຄືນປະເທດໄດ້ເຮັດໃຫ້ຫລາຍປະເທດ ເອີຣົບ ມີຄວາມວິຕົກກັງວົນ, ພ້ອມທັງເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ເອີຣົບ ແລະ ຕວັກກີ ເພີ່ມຂຶ້ນ.         ຕວັກກີ ຖືວ່າ: ເອີຣົບ ກຳລັງຮຽກຮ້ອງມາດຕະຖານຄູ່. ດ້ານໜຶ່ງ, ຮຽກຮ້ອງໃຫ້ ຕວັກກີ ຕ້ອງມີຄວາມຮັບຜິດຊອບຕໍ່ຊາວລີ້ໄພ ຊີຣີ, ລວມມີທັງບັນດານັກໂທດ IS. ດ້ານອື່ນ, ຢູ່ບາງປະເທດ ຄົນເຫຼົ່ານີ້ຖືກຕັດສັນຊາດ, ເພື່ອປະຕິເສດຄວາມຮັບຜິດຊອບຕໍ່ເຂົາເຈົ້າ. ຕວັກກີ ຢັ້ງຢືນວ່າ ປະເທດຂອງເຂົາເຈົ້າບໍ່ແມ່ນ ໂຮງແຮມ ແລະ ຈະເຮັດທຸກສິ່ງທຸກຢ່າງເພື່ອບັງຄັບບັນດານັກໂທດ IS ຕ້ອງກັບຄືນປະເທດ.
TAG
VOV/VOVworld/ນັກໂທດ/IS/ກັບຄືນປະເທດ/ຕວັກ​ກີ

More