VOV WorldVOV World
ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ເພີ່​ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຢູ່​ບັ​ນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ
09/04/2019 09:14
(VOVWORLD) - ວັນທີ 9 ເມສາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາເຖິງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມລາຊະອານາຈັກ ມາຣົກ, ສາທາລະນະລັດ ຝລັ່ງ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ, ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ IPU 140 ຢ່າງດີງາມ. ການຢ້ຽມຢາມຄັ້ງນີ້ບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ບໍ່ພຽງແຕ່ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ໃນທົ່ວໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າໃນການເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ເລິກເຊີ່ງກວ່າອີກ, ເສີມຂະຫຍາຍບົດບາດ ແລະ ຖານະຂອງ ສະພາແຫ່ງຊາດ ຫວຽດນາມໃຫ້ຫຼາຍກວ່າອີກ.
ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ເພີ່​ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ  ຫວຽດ​ນາມ ​ຢູ່​ບັ​ນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ
  ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ IPU 140 ການເດີນທາງໄປປະຕິບັດງານໄດ້ດຳເນີນມາເປັນເວລາ 10 ວັນຂອງຄະນະຜູ້ແທ່ນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມີການເຄື່ອນໄຫວ 50 ເຫດການ. ອາດເວົ້າໄດ້ວ່າ, ນີ້ແມ່ນການເດີນທາງທີ່ປະສົບສຳເລັດຜົນຢ່າງດີງາມ ແລະ ມີຄວາມປະທັບໃຈ, ນຳມາເຊິ່ງການແຜ່ລາມໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ກັບ ປະເທດຕ່າງໆ.
TAG
VOV/VOVworld/ຫວຽດ​ນາມ/​ຫງວຽນ​ທິ​ກິມ​ເງິນ/IPU

More