VOV WorldVOV World
ສຸມ​ໃສ່​ຟື້ນ​ຟູ​ເສດ​ຖະ​ກິດ, ຮັກ​ສາ​ກຳ​ລັງ​ໜູນໃນ​ການ​ເຕີບ​ໂຕ
20/10/2021 07:55
(VOVWORLD) -ໃນບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມ ປີ 2021 ການຄາດຄະເນ ແຜນການພັດທະນາເສດຖະກິດ ສັງຄົມ ປີ 2022, ຢູ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ XV ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະຫຼຸບໂດຍສັງເຂບຄືນ ໝາກຜົນສຳຄັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍຂົງເຂດ, ໃນນັ້ນ ໄດ້ເນັ້ນໜັກເຖິງເປັນພິເສດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຍົກອອກເປົ້າໝາຍຈຸດສຸມ ໃນການພັດທະນາເສດຖະກິດ, ສັງຄົມ ປີ 2022 ແລະ ມາດຕະການຄົບຊຸດ ເພື່ອຟື້ນຟູເສດຖະກິດ, ຮັກສາກຳລັງໜູນໃນການເຕີບໂຕ.
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: TTXVN) ເມື່ອຕີລາຄາສະພາບການ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໂລກລະບາດໂຄວິດ - 19 ແຜ່ລະບາດຮອບທີ 4 ຢູ່ ຫຼາຍທ້ອງຖິ່ນ, ດ້ວຍການປະກົດຕົວຂອງ ໄວເຊື້ອໄວຣັດສາຍພັນ Delta ທີ່ມີການແຜ່ລະບາດໄວ, ແຊກຊຶມ ເຂົ້າສູນເສດຖະກິດຫຼາຍແຫ່ງ, ບັງຄັບ ໃຫ້ຫວຽດນາມ ຕ້ອງນຳໃຊ້ຫຼາຍມາດຕະການທີ່ບໍ່ເຄີຍມີມາກ່ອນຢ່າງແຮງ ແລະ ຂ້ຽວຂາດ ໂດຍໃຫ້ບຸລິມະສິດຢູ່ ເໜືອກ່ວາສິ່ງໃດກ່ອນອື່ນໝົດ ແມ່ນ ການປົກປ້ອງສຸຂະພາບ ແລະ ຊີວິດອິນຊີຂອງ ປະຊາຊົນ.
TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ/ເສດ​ຖະ​ກິດ