VOV WorldVOV World
ທະເລຕາເວັນອອກສືບຕໍ່ແມ່ນຫົວເລື່ອງຮ້ອນເຮັ່ງທີ່ກອງປະຊຸມ Shangri – La 2017
01/06/2017 09:17
(VOVWORLD) -ການເຈລະຈາ Shangri- La ຫລືເອີ້ນວ່າ ກອງປະຊຸມສຸດຍອດຄວາມໝັ້ນຄົງ ອາຊີ ປີ 2017 ຈະໄຂຂຶ້ນໃນວັນທີ 2 ມີຖຸນາ ແລະ ແກ່ຍາວເປັນເວລາ 3 ວັນ. ນີ້ແມ່ນເວທີປາໄສເຈລະຈາປະຈຳປີ, ກອງປະຊຸມ Shangri-La ປີນີ້, ຄຽງຂ້າງສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງຂອງຄວາມໝັ້ນຄົງພາກພື້ນແລ້ວ, ຄາດວ່າ ຈະສະຫງວນເວລາສ່ວນຫລາຍໃຫ້ແກ່ບັນຫາຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ໃນສະພາບການພາກພື້ນນີ້ ມີການຜັນແປຫລາຍຢ່າງໃນໄລຍະຜ່ານມາ.
ທະເລຕາເວັນອອກສືບຕໍ່ແມ່ນຫົວເລື່ອງຮ້ອນເຮັ່ງທີ່ກອງປະຊຸມ Shangri – La 2017
 ພາບປະກອບ ກອງປະຊຸມສຸດຍອດຄວາມໝັ້ນຄົງ ອາຊີ  ຫລື ເອີ້ນວ່າ ກອງປະຊຸມເຈລະຈາ Shangri- La ແມ່ນເວທີປາໄສຄວາມໝັ້ນຄົງລະຫວ່າງລັດຖະບານ ຊື່ງຖືກຈັດຂຶ້ນປະຈຳປີ ໂດຍອົງການທີ່ປຶກສາເອກະລາດ, ສະຖາບັນຄົ້ນຄ້ວາຍຸດທະສາດສາກົນ (IISS) ສົມທົບກັນຈັດຕັ້ງຂຶ້ນ. ກອງປະຊຸມນີ້ ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາລັດຖະມົນຕີຜູ້ປະຈຳການ ແລະ ບັນດານາຍພົນການທະຫານມາຈາກ 28 ປະເທດ ອາຊີ ປາຊີຟີກ. ຫົວຂໍ້ຂອງເວທີປາໄສແມ່ນເອົາຕາມຊື່ຂອງໂຮງແຮມ Shangri- La ຢູ່ ສິງກະໂປ ຊື່ງແມ່ນສະຖານທີ່ດຳເນີນກອງປະຊຸມດັ່ງກ່າວເມື່ອປີ 2002. ແລະ ປີນີ້ ແມ່ນປີທີ 16 ກອງປະຊຸມດັ່ງກ່າວຖືກຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີ ແລະ ເຈົ້າຫນ້າທີ່ຂັ້ນສູງກະຊວງປ້ອງກັນປະເທດມາຈາກ 50 ປະເທດໃນໂລກ.        
TAG
VOV/VOVworld/Shangri- La 2017

More