VOV WorldVOV World
VOV ຕອບສະໜອງວັນກະຈາຍສຽງໂລກ: ກະຈາຍສຽງ ແລະ ຄວາມເປັນຫລາຍຮູບຫລາຍແບບ
12/02/2020 09:23
(VOVWORLD) - ປີນີ້, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ພ້ອມກັບອົງການສຶກສາ - ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ແລະ ບັນດາວິທະຍຸກະຈາຍສຽງໃນໂລກຈັດຕັ້ງພິທີສະເຫຼີມສະຫຼອງວັນກະຈາຍສຽງໂລກ 13/02 ດ້ວຍຫົວຂໍ້ວ່າ “ກະຈາຍສຽງ ແລະ ຄວາມເປັນຫລາຍຮູບຫລາຍແບບ”.
VOV ຕອບສະໜອງວັນກະຈາຍສຽງໂລກ: ກະຈາຍສຽງ ແລະ ຄວາມເປັນຫລາຍຮູບຫລາຍແບບ
 ສຳລັບຜູ້ເຮັດວຽກງານກະຈາຍສຽງເວົ້າລວມ ແລະ ບັນດານັກຂ່າວຢູ່ VOV ເວົ້າສະເພາະ, ນີ້ແມ່ນວັນບຸນ, ແມ່ນຄວາມເອກອ້າງທະນົງໃຈໃນໜ້າທີ່ວຽກງານ, ເມື່ອໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງສັງຄົມ.          ສະຫະປະຊາຊາດໄດ້ເລືອກເອົາວັນທີ 13 ກຸມພາ ຂອງທຸກໆປີເພື່ອສະເຫຼີມສະຫຼອງວັນກະຈາຍສຽງໂລກ (World Radio Day) ແນໃສ່ເພີ່ມທະວີການຮ່ວມມືສາກົນລະຫວ່າງວິທະຍຸກະຈາຍສຽງບັນດາປະເທດ ແລະ ຊຸກຍູ້ເຄືອຂ່າຍກະຈາຍສຽງ ແລະ ປະຊາຄົມຜູ້ຟັງວິທະຍຸ ເພື່ອແບ່ງປັນ, ສຳຜັດກັບຂໍ້ມູນຂ່າວສານຢ່າງເສລີພາບ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍຜ່ານຄື້ນກະຈາຍສຽງ. ຫົວຂໍ້ປີນີ້ຂອງວັນກະຈາຍສຽງໂລກແມ່ນ “ກະຈາຍສຽງ ແລະ ຄວາມເປັນຫລາຍຮູບຫລາຍແບບ”, ໃນນັ້ນ, ຄວາມເປັນຫລາຍຮູບຫລາຍແບບໄດ້ເນັ້ນໜັກໃນ: ສະພາບກະຈາຍສຽງ; ໃນຫ້ອງຂ່າວ ແລະ ຜ່ານຄື້ນກະຈາຍສຽງ.
TAG
VOV/VOVworld/VOV/ວັນກະຈາຍສຽງໂລກ/ຄວາມເປັນຫລາຍຮູບຫລາຍແບບ