WEF ASEAN 2018: ກາລະໂອກາດເພີ່ມທະວີທີ່ຕັ້ງຂອງປະເທດຊາດ
12/09/2018 09:16
(VOVWORLD) - ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ກັນຍາ ຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4”.

ສືບທອດຜົນສຳເລັດຂອງປີ APEC 2017, ເລື່ອງເປັນປະເທດເຈົ້າພາບຈັດຕັ້ງ WEF ASEAN ຄັ້ງນີ້ ເປັນການຢັ້ງຢືນຂີດໝາຍການຕ່າງປະເທດຫລາຍຝ່າຍຂອງ ຫວຽດນາມ ໃນປີ 2018, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ເຂົ້າຮ່ວມການສ້າງສາ ແລະ ສ້າງເສດຖະກິດພາກພື້ນ ແລະ ທົ່ວໂລກໃຫ້ເປັນຮູບປະທຳ. WEF ASEAN 2018: ກາລະໂອກາດເພີ່ມທະວີທີ່ຕັ້ງຂອງປະເທດຊາດ ເວທີປາໄສເສດຖະກິດໂລກ (WEF) ແມ່ນບ່ອນເລີ່ມຕົ້ນກຳເນີດບັນດາແນວຄວາມຄິດຂອງການພັດທະນາແບບໃໝ່, ມີການປະດິດຄິດສ້າງທີ່ມີລັກສະນະຍຸດທະສາດທົ່ວໂລກ.
TAG
VOV/VOVworld/WEF ASEAN 2018/ກາລະໂອກາດ/ເພີ່ມທະວີທີ່ຕັ້ງ
Related
More







