VOV WorldVOV World
ວິສາຫະກິດຫວຽດນາມ ປັບຕົວຕໍ່ກັບການປະຕິວັດອຸດສາຫະກຳ 4.0
22/08/2018 09:31
(VOVWORLD) -ບັນດາປະເທດພວມພັດທະນາຢູ່ອາຊຽນ, ໃນນັ້ນມີຫວຽດນາມ ພວມມີກາລະໂອກາດພັດທະນາຢ່າງໄວ ແລະ ຍືນຍົງຖ້າຫາກສ້າງຕັ້ງສະພາບແວດລ້ອມທີ່ສະດວກໃຫ້ແກ່ການປ່ຽນແປງໃໝ່ໃນການປະດິດຄິດສ້າງ.
ການປະຕິວັດອຸດສາຫະກຳຄັ້ງທີ 4 ( ຫຼືເອີ້ນວ່າ ການປະຕິວັດອຸດສາຫະກຳ 4.0) ພວມນຳມາເຊິ່ງທັງກາລະໂອກາດ ແລະ ສິ່ງທ້າທາຍ. ໃນສະພາບການນັ້ນ, ວິສາຫະກິດຫວຽດນາມ ພວມເປັນເຈົ້າການໃນການຍົກສູງກຳລັງແກ່ງແຍ້ງ, ເຂົ້າຮ່ວມລະບົບສະໜອງທົ່ວໂລກ ແລະ ພາກພື້ນຢ່າງເລິກເຊິ່ງກວ່າ.         ທີ່ກອງປະຊຸມສຳມະນາ “ອາຊຽນ 4.0: ເສີມຂະຫຍາຍຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳ 4.0” ເຊິ່ງດຳເນີນໃນວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ມີນັກຊ່ຽວຊານຫຼາຍທ່ານຖືວ່າ ການປະຕິວັດ 4.0 ດ້ວຍບັນດາເຕັກໂນໂລຊີກະໂດດຂັ້ນມີລັກສະນະປະດິດຄິດສ້າງພວມຄ່ອຍລົບລ້າງທ່າດີດ້ານປະສົບການ, ວິທີຄຸ້ມຄອງ ແລະ ຮູບແບບດຳເນີນທຸລະກິດແບບເກົ່າ.         ດ້ວຍຕະຫຼາດທີ່ມີພົນລະເມືອງກວ່າ 630 ລ້ານຄົນ, ໃນນັ້ນມີ 260 ລ້ານຄົນເຂົ້າອິນເຕີເນັດເປັນປະຈຳ, ອາຊຽນ ມີພື້ນຖານສະດວກ ແລະ ມີຕະຫຼາດໃຫຍ່ພຽງພໍໃຫ້ແກ່ການປ່ຽນແປງໃໝ່, ລົງທຶນພັດທະນາບັນດາຮູບແບບດຳເນີນທຸລະກິດໃໝ່ຢ່າງໄວວາ. ຄຽງຂ້າງນັ້ນ, ໂລກດີຈີຕອນ, ການເຊື່ອມຕໍ່ອັດສະລິຍະໄດ້ສ້າງກາລະໂອກາດໃຫ້ປະຊາຊົນທຸກຄົນລ້ວນແຕ່ສາມາດເລີ່ມທຸລະກິດ, ພ້ອມທັງນຳມາເຊິ່ງກາລະໂອກາດທີ່ໃຫຍ່ຫຼວງໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍເຂົ້າຮ່ວມລະບົບສະໜອງທົ່ວໂລກ ແລະ ພາກພື້ນຢ່າງເລິກເຊິ່ງກວ່າອີກ…
TAG
VOV/VOVworld/ການ​ຜະ​ລິດ/ດຳ​ເນີນ​ທຸ​ລະ​ກິດ